ຍູ້ແຮງການສົມທົບໂຄສະນາລະຫວ່າງສູນກາງແນວໂຮມປະເທດຊາດ ແລະ ອົງການສະມາຊິກ


ຍູ້ແຮງການສົມທົບໂຄສະນາລະຫວ່າງສູນກາງແນວໂຮມປະເທດຊາດ ແລະ ອົງການສະມາຊິກ - ảnh 1
ກອງ​ປະ​ຊຸມ​ຕີ​ລາ​ຄາ​ໝາກ​ຜົນ​ແຫ່ງ​ການ​ປະ​ຕິ​ບັດ​ວຽກ​ງານ​ສົມ​ທ​ົບ​ໂຄ​ສະ​ນາ​ໄລ​ຍະ 6 ເດືອນ​ຕົ້ນ​ປີ 2015

(vovworld)- ຕອນ​ເຊົ້າ​ວັນ​ທີ 29/7, ຢູ່​ຮ່າ​ໂນ້ຍ, ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ໄດ້​ສົມ​ທົບ​ກັບ​ສະ​ຫະ​ພັນ​ໃຫຍ່​ແຮງ​ງານ​ຫວຽດ​ນາມ, ຄະ​ນະ​ຊາວ​ໜຸ່ມກອມ​ມູ​ນິດ​ຫວຽດ​ນາມ, ສະ​ຫະ​ພັນ​ແມ່​ຍິງ​ຫວຽດ​ນາມ, ສະ​ມາ​ຄົມ​ຊາວ​ນາ​ຫວຽດ​ນາມ, ສະ​ມາ​ຄົມ​ນັກ​ຮົບ​ເກົ່າ​ຫວຽດ​ນາມ ຈັດ​ຕັ້ງ​ກອງ​ປະ​ຊຸມ​ຕີ​ລາ​ຄາ​ໝາກ​ຜົນ​ແຫ່ງ​ການ​ປະ​ຕິ​ບັດ​ວຽກ​ງານ​ສົມ​ທ​ົບ​ໂຄ​ສະ​ນາ​ໄລ​ຍະ 6 ເດືອນ​ຕົ້ນ​ປີ 2015, ຜັນ​ຂະ​ຫຍາຍ​ແຜນ​ຮ່າງ “ປ່ຽນ​ໃໝ່​ວຽກ​ງານ​ຖະ​ແຫຼງ​ຂ່າວ​, ໂຄ​ສະ​ນາ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ”. ທີ່ກອງ​ປະ​ຊຸມ, ບັນ​ດາ​ຜູ້​ແທນ​ຖື​ວ່າ ພາຍຫຼັງ 1 ປີ​ແຫ່ງ​ການ​ປະ​ຕິ​ບັດ​ແຜນ​ການ​ສົມ​ທົບ​ວຽກ​ງານ, ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ແລະ ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ການ​ເມືອງ - ສັງ​ຄົມ ໃນ​ເບື້ອງ​ຕົ້ນ​ໄດ້​ເປັນ​ເອ​ກະ​ພາບ​ກັນ​ໃນ​ການ​ໂຄ​ສະ​ນາ​ບັນ​ດາ​ແຜນ​ນະ​ໂຍ​ບາຍ​ຂອງ​ພັກ, ນະ​ໂຍບ​າຍ,ກົດ​ໝາຍ​ຂອງ​ລັດ, ບັນ​ດາ​ເຫດ​ການ​ທັງ​ຢູ່​ພາຍ​ໃນ​ປະ​ເທດ ແລະ ສາ​ກົນ… ບັນ​ດາ​ຜູ້​ແທນ​ຖື​ວ່າ ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ, ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ແລະ ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ການ​ເມືອງ - ສັງ​ຄົມ ສືບ​ຕໍ່​ວຽກ​ງານ​ຊີ້​ນຳ, ກຳ​ນົດ​ທິດ​ບັນ​ດາ​ການ​ເຄ​ື່ອນ​ໄຫວ​ສົມ​ທົບ​ກັນ​ປະ​ຕິ​ບັດ​ວຽກ​ງານ.

 

 

ຂ່າວ/ບົດ​ອື່ນ