(VOVWORLD) - ສອງຝ່າຍໄດ້ເຫັນດີນໍາກັນວ່າ ໄລຍະຈະມາເຖິງ ຈະສືບຕໍ່ເສີມຂະຫຍາຍປະສິດທິຜົນຂອງບັນດາກົນໄກເຈລະຈາ, ການຮ່ວມມືທີ່ພວມມີຢູ່ແລ້ວ, ນໍາບັນດາເນື້ອໃນການຮ່ວມມືໃນປັດຈຸບັນ ໃຫ້ນັບມື້ນັບກ້າວເຂົ້າສູ່ລວງເລິກ, ແທດຈິງ...
ການເຈລະຈາ ນະໂຍບາຍປ້ອງກັນຊາດ ຂັ້ນຮອງລັດຖະມົນຕີຫວຽດນາມ - ສິງກະໂປ ຄັ້ງທີ 9 ຢູ່ສິງກະໂປ (ພາບ:TTXVN) |
ໂດຍໄດ້ຮັບຄໍາເຊີນຂອງກະຊວງປ້ອງກັນປະເທດ ສິງກະໂປ, ວັນທີ 12 ພະຈິກ, ທ່ານພົນໂທ ຫງວຽນຈີ໊ວິ້ງ, ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ນໍາໜ້າຄະນະຜູ້ແທນຂັ້ນສູງ ກະຊວງປ້ອງກັນປະເທດຫວຽດນາມ ດໍາເນີນການເຈລະຈານະໂຍບາຍປ້ອງກັນຊາດ ຂັ້ນຮອງລັດຖະມົນຕີຫວຽດນາມ - ສິງກະໂປ ຄັ້ງທີ 9 ຢູ່ສິງກະໂປ. ການເຈລະຈາດັ່ງກ່າວ ໂດຍທ່ານພົນໂທ ຫງວຽນຈີ໊ວິ້ງ ແລະ ທ່ານ Chan Yan Kit, ເລຂາຜູ້ປະຈໍາການກະຊວງປ້ອງກັນປະເທດສິງກະໂປ ເປັນປະທານຮ່ວມ.
ທີ່ການເຈລະຈາ, ສອງຝ່າຍໄດ້ແບ່ງປັນທັດສະນະກ່ຽວກັບສະພາບການໂລກ ແລະ ພາກພື້ນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນ ມີບັນດາສິ່ງທ້າທາຍກ່ຽວກັບດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບຕໍ່ກັບ 2 ປະເທດ ແລະ ປະຊາຄົມ ອາຊຽນ ເຊັ່ນ ການແກ້ງແຍ້ງກັນຂອງບັນດາປະເທດໃຫຍ່, ບັນຫາທະເລຕາເວັນອອກ, ບັນດາສິ່ງທ້າທາຍສໍາລັບ ອາດຊະຍາກໍາແບບໃໝ່. ສອງຝ່່າຍເຫັນດີ ໂດຍຖືວ່າ ອາຊຽນ ຄວນຮັກສານໍ້າໃຈສາມັກຄີ ແລະ ບົດບາດເປັນໃຈກາງໃນໂຄງສ້າງຄວາມໝັ້ນຄົງຂອງພາກພື້ນ, ພ້ອມທັງເສີມຂະຫຍາຍບົດບາດ, ໜ້າທີ່ຄວາມຮັບຜິດຊອບຂອງບັນດາປະເທດຄູ່ຮ່ວມມື.
ກ່ຽວກັບການພົວພັນດ້ານປ້ອງກັນຊາດລະຫວ່າງສອງຝ່າຍ: ສອງຝ່າຍໄດ້ເຫັນດີນໍາກັນວ່າ ໄລຍະຈະມາເຖິງ ຈະສືບຕໍ່ເສີມຂະຫຍາຍປະສິດທິຜົນຂອງບັນດາກົນໄກເຈລະຈາ, ການຮ່ວມມືທີ່ພວມມີຢູ່ແລ້ວ, ນໍາບັນດາເນື້ອໃນການຮ່ວມມືໃນປັດຈຸບັນ ໃຫ້ນັບມື້ນັບກ້າວເຂົ້າສູ່ລວງເລິກ, ແທດຈິງ, ມີປະສິດທິຜົນ ບົນພື້ນຖານຄວາມຮຽກຮ້ອງຕ້ອງການ ແລະ ທ່າແຮງຂອງແຕ່ລະປະເທດ. ສອງຝ່າຍເຫັນດີເປັນເອກະພາບ ສ້າງແຜນການຮ່ວມມືໄລຍະ 03 ປີ ເພື່ອຫັນບັນດາຂົງເຂດ, ເນື້ອໃນຮ່ວມມື ໃຫ້ເປັນພຶດຕິກໍາຕົວຈິງ, ເພື່ອເປັນພື້ນຖານໃຫ້ແກ່ການຜັນຂະຫຍາຍໃນໄລຍະຈະມາເຖິງ.
ກ່ອນໜ້ານັ້ນ, ທ່ານພົນໂທ ຫງວຽນຈີ໊ວິ້ງ ແລະ ຄະນະຜູ້ແທນຫວຽດນາມ ໄດ້ພົບປະ ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ສິງກະໂປ Ng Eng Hen