ຍຸ້ແຮງການຮ່ວມມືປ້ອງກັນປະເທດຫວຽດນາມ-Venezuala
ພາບປະກອບ
(vovworld) - ຕອນບ່າຍວັນທີ 22/5, ຢູ່ ຮ່າໂນ້ຍ, ພົນຕີ ຫງວຽນກວກແຄ໋ງ, ຮອງຫົວໜ້າເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນສະຖາບັນຄົ້ນຄ້ວາປ້ອງກັນປະເທດຂັ້ນສູງ Venezuala ໂດຍ ພົນຈັດຕະວາ Rohelio Manuen Eredia, ຜູ້ອຳນວຍການສະຖານບັນຄົ້ນຄ້ວາປ້ອງກັນຄວາມສະຫງົບຂັ້ນສູງ Venezuala ເປັນຫົວໜ້າຄະນະທີ່ພວມຢູ່ຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ທີ່ການຕ້ອນຮັບ, ພົນຕີ ຫງວຽນກວກແຄ໋ງ ເນັ້ນໜັກວ່າ: ນັບແຕ່ເມື່ອ ຫວຽດນາມ ແລະ Venezuala ສ້າງຕັ້ງການພົວພັນທາງການທູດ (ເດືອນ 12/1989) ມາຮອດປະຈຸບັນ, ການພົວພັນ 2 ປະເທດໄດ້ພັດທະນາຢ່າງດີງາມ, ໃນນັ້ນ ການພົວພັນຮ່ວມມືປ້ອງກັນປະເທດມີບາດກ້າວພັດທະນາໃໝ່, ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ເປີດຫ້ອງການທູດທະຫານ ຢູ່ Venezuala ແມ່ນຂົວເຊື່ອມຕໍ່ຊຸກຍູ້ການພົວພັນດ້ານປ້ອງກັນຊາດລະຫວ່າງ 2 ປະເທດ. ພົນຕີ ຫງວຽນກວກແຄ໋ງ ສະເໜີວ່າ: ໃນໄລຍະຈະມາເຖິງ, 2 ຝ່າຍຄວນຊຸກຍູ້ການແລກປ່ຽນຄະນະຜູ້ແທນທຸກຂັ້ນເພື່ອແນໃສ່ເພີ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ ແລະ ຊອກຫາບັນດາຄວາມສາມາດຮ່ວມມືລະຫວ່າງກອງທັບ 2 ປະເທດ. ພົນຈັດຕະວາ Rohelio Manuen Eredia ສະແດງທັດສະນະວ່າ: ປະຊາຊົນ ແລະ ກອງທັບ Venezuala ຈະຮຽງບ່າຮຽງໄຫຼ່ພ້ອມກັບປະຊາຊົນ ແລະ ກອງທັບ ຫວຽດນາມ ໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດ.