ຍູ້ແຮງການຮ່ວມມືລະຫວ່າງ ຫວຽດນາມ - ອິນເດຍ ຜ່ານວິທະຍາສາດເຕັກໂນໂລຢີ

(VOVWORLD) -ວັນທີ 04 ກໍລະກົດ, ຢູ່ສໍານັກງານສະຖານທູດຫວຽດນາມ ປະຈໍາ ອິນເດຍ ໄດ້ດໍາເນີນກອງປະຊຸມສໍາມະນາດ້ວຍຫົວຂໍ້ວ່າ “ຍູ້ແຮງການຮ່ວມມືລະຫວ່າງຫວຽດນາມ - ອິນເດຍ ຜ່ານວິທະຍາສາດເຕັກໂນໂລຢີ”.

ເຂົ້າຮ່ວມກອງປະຊຸມ ມີຄະນະປະຕິບັດງານສະພາແຫ່ງຊາດຫວຽດນາມ ໂດຍທ່ານ ຟານຊວັນຢຸງ, ກໍາມາທິການສູນກາງພັກ, ຫົວໜ້າຄະນະກໍາມະການວິທະຍາສາດເຕັກໂນໂລຢີ ແລະ ສິ່ງແວດລ້ອມ ຂອງ ສະພາແຫ່ງຊາດນໍາໜ້າ ພ້ອມດ້ວຍບັນດາສະມາຊິກສະພາແຫ່ງຊາດ ອິນເດຍ ແລະ ຜູ້ຕາງໜ້າບໍລິສັດແຖວໜ້າຂອງ ອິນເດຍ ໃນຂົງເຂດເຕັກໂນໂລຢີ, ສິ່ງແວດລ້ອມ ແລະ ພະລັງງານຈໍານວນໜຶ່ງ.

ຍູ້ແຮງການຮ່ວມມືລະຫວ່າງ ຫວຽດນາມ - ອິນເດຍ ຜ່ານວິທະຍາສາດເຕັກໂນໂລຢີ - ảnh 1ທ່ານ ຟານຊວັນຢຸງ, ກໍາມາທິການສູນກາງພັກ, ຫົວໜ້າຄະນະກໍາມະການວິທະຍາສາດເຕັກໂນໂລຢີ ແລະ ສິ່ງແວດລ້ອມ ກ່າວຄໍາເຫັນທີ່ເຫດການ (ພາບ: TTXVN)

   ກ່າວຄໍາເຫັນທີ່ເຫດການ, ທ່ານຟານຊວັນຢຸງ ຕີລາຄາວ່າ ໃນຊຸມປີຜ່ານມາ ອິນເດຍ ແລະ ຫວຽດນາມ ໄດ້ຜັນຂະຫຍາຍການຮ່ວມມືຢ່າງມີປະສິດທິຜົນ, ພິເສດ ໃນຂົງເຂດວິທະຍາສາດເຕັກໂນໂລຢີ ແລະ ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ. ສ່ວນທ່ານ  N. Gokulakrishnanດ ສະມາຊິກສະພາສູງ ອິນເດຍ ເນັ້ນໜັກວ່າ ອິນເດຍ ມີຄວາມສາມາດບົ່ມຊ້ອນຢ່າງໃຫຍ່ຫຼວງ ແລະ ບັນລຸໄດ້ຄວາມຄືບໜ້າກະໂດດຂັ້ນກ່ຽວກັບວິທະຍາສາດເຕັກໂນໂລຢີໃນຊຸມປີມໍ່ໆມານີ້. ໃນສະພາບພື້ນຖານເສດຖະກິດຂອງປະເທດບືນຕົວຂຶ້ນຢ່າງແຮງ ແລະ ບໍ່ຢຸດຢັ້ງ, ອິນເດຍ ຈະມີໂອກາດສືບຕໍ່ຍູ້ແຮງການຮ່ວມມືກັບ ຫວຽດນາມ ໃນຂົງເຂດວິທະຍາສາດເຕັກໂນໂລຢີ ເພື່ອປະກອບສ່ວນນໍາການພົວພັນສອງຝ່າຍຂຶ້ນສູ່ລະດັບສູງໃໝ່.

        ໃນຕອນທ້າຍຂອງກອງປະຊຸມ, ບັນດາຜູ້ແທນໄດ້ຕອບບັນດາຄໍາຖາມ ແລະ ຂໍ້ຂ້ອງໃຈທີ່ກ່ຽວຂ້ອງເຖິງສະພາບການຮ່ວມມືໃນປັດຈຸບັນລະຫວ່າງສອງປະເທດໃນຂົງເຂດວິທະຍາສາດເຕັກໂນໂລຢີ, ບັນດາກົນໄກ, ນະໂຍບາຍຂອງຫວຽດນາມ ໃນການສົ່ງເສີມ, ດຶງດູດນັກລົງທຶນເຂົ້າຮ່ວມການເຄື່ອນໄຫວຄົ້ນຄວ້າວິທະຍາສາດ ແລະ ພັດທະນາເຕັກໂນໂລຢີ.


ຕອບກັບ

ຂ່າວ/ບົດ​ອື່ນ