ຍູ້ແຮງການຮ່ວມມືວິສາຫະກິດຫວຽດນາມ-Romania
Romania ຮຽກຮ້ອງວິສາຫະກິດ ຫວຽດນາມ ລົງທຶນໃນຫຼາຍຂົງເຂດ
(ພາບປະກອບຈາກສຳນັກຂ່າວສານຫວຽດນາມ)
(vovworld) – ທີ່ເວທີປາໄສວິສາຫະກິດ ຫວຽດນາມ - Romania ຈັດຕັ້ງໃນຕອນເຊົ້າວັນທີ 16/6, ຢູ່ຮ່າໂນ້ຍ, ບັນດາຜູ້ແທນຮັບຮູ້ວ່າ: ຫວຽດນາມ ແລະ Romania ມີການພົວພັນຮ່ວມມືທີ່ເປັນມູນເຊື້ອຍາວນານ, ເຖິງຢ່າງໃດກໍ່ຕາມ, ວົງເງິນການຄ້າລະຫວ່າງ 2 ປະເທດຍັງຈຳກັດເມື່ອທຽບໃສ່ຄວາມສາມາດບົ່ມຊ້ອນຂອງ 2 ຝ່າຍ. ທ່ານ ຫງວຽນກວາງວີງ, ຮອງເລຂາທິການໃຫຍ່ຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI), ຖືວ່າ: ການຈຳກັດໃນການພົວພັນດ້ານການຄ້າ 2 ປະເທດແມ່ນຍ້ອນວິສາຫະກິດ 2 ຝ່າຍຍັງຂາດຂໍ້ມູນຂ່າວສານຂອງກັນ, ການໂຄສະນາຂອງບັນດາວິສາຫະກິດກ່ຽວກັບກຳລັງຄວາມສາມາດ, ຜະລິດຕະພັນຍັງໜ້ອຍຢູ່, ບັນດາວິສາຫະກິດຍັງມີຄວາມຫຍຸ້ງຍາກໃນບັນຫາລະບຽບການພາສີ, ການຊຳລະ. ກ່ຽວກັບແຜນການຮ່ວມມືໃນໄລຍະຈະມາເຖິງ, ທ່ານ ຫງວຽນກວາງວີງ, ຖືວ່າ:
“ສຳລັບ Romania ແລ້ວ, ຫ້ອງການການຄ້າໄດ້ເຊັນຂໍ້ຕົກລົງ 2 ຝ່າຍ, ໃຫ້ຄຳໝັ້ນສັນຍາສົມທົບໜູນຊ່ວຍວິສາຫະກິດ, ຈັດຕັ້ງການເຄື່ອນໄຫວແທດຈິງຫຼາຍຢ່າງຄື: ບັນດາເວທີປາໄສວິສາຫະກິດ, ການໂອ້ລົມສົນທະນາກ່ຽວກັບສະພາບແວດລ້ອມແຫ່ງການລົງທຶນ ແລະ ນະໂຍບາຍການລົງທຶນ, ແບ່ງປັນບົດຮຽນໃນບັນດາຂົງເຂດປາຍແຫຼມຂອງ ຫວຽດນາມ ແລະ Romania. ໃນກາງເດືອນ 6 ນີ້, ທີ່ກອງປະຊຸມຄະນະກຳມະການປະສົມລະຫວ່າງລັດຖະບານກ່ຽວກັບການຮ່ວມມືເສດຖະກິດ ຫວຽດນາມ - Romania ຄັ້ງທີ 15, ລັດຖະບານ 2 ປະເທດຈະຍົກອອກແຜນການເຄື່ອນໄຫວລະອຽດແທດຈິງ, ເພື່ອແນໃສ່ນຳການພົວພັນຮ່ວມມືລະຫວ່າງ 2 ປະເທດຂຶ້ນສູ່ລະດັບສູງໃໝ່ .”