ຍູ້ແຮງການຮ່ວມມືຫວຽດນາມ-ລາວ

(VOVWORLD) -ວຽກງານທິດສະດີແມ່ນມີບົດບາດສຳຄັນຕໍ່ກັບສອງພັກ.

        ວັນທີ 29 ກໍລະກົດ, ທີ່ສຳນັກງານສູນກາງພັກຄອມມູນິດຫວຽດນາມ, ທ່ານເຈິ່ນກວັກເວື້ອງ, ຜູ້ປະຈຳການຄະນະເລຂາທິການພັກຄອມມູນິດຫວຽດນາມໃຫ້ກຽດຕ້ອນຮັບຄະນະຜູ້ແທນພັກປະຊາຊົນປະຕິວັດລາວ ໂດຍທ່ານກິແກ້ວໄຂຄຳພິທູນ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ, ປະທານສະພາທິດສະດີສູນກາງພັກ, ປະທານສະພາວິທະຍາສາດ-ສັງຄົມແຫ່ງຊາດລາວໄດ້ນຳໜ້າຄະນະເດີນທາງມາຢ້ຽມຢາມແລະເຂົ້າຮ່ວມກອງປະຊຸມສຳມະນາທິດສະດີຄັ້ງທີ VII ລະຫວ່າງສອງພັກພາຍໃຕ້ຫົວຂໍ້ “ກໍ່ສ້າງພັກ ແລະ ລະບົບການເມືອງໃນສະພາບການໃໝ່”.

ຍູ້ແຮງການຮ່ວມມືຫວຽດນາມ-ລາວ - ảnh 1ທ່ານເຈິ່ນກວັກເວື້ອງ, ຜູ້ປະຈຳການຄະນະເລຂາທິການພັກຄອມມູນິດຫວຽດນາມ ແລະທ່ານກິແກ້ວໄຂຄຳພິທູນ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ (ພາບ: TTXVN)

        ທີ່ການຕ້ອນຮັບ, ທ່ານເຈິ່ນກວັກເວື້ອງເນັ້ນໜັກວ່າ: ວຽກງານທິດສະດີແມ່ນມີບົດບາດສຳຄັນຕໍ່ກັບສອງພັກ, ພ້ອມດຽວກັນນັ້ນ, ທ່ານຍັງໄດ້ຕີລາຄາຜົນສຳເລັດການຮ່ວມມືລະຫວ່າງສອງຄະນະໂຄສະນາສຶກສາອົບຮົມສູນກາງ ແລະ ສອງສະພາທິດສະດີສູນກາງຂອງສອງພັກໃນໄລຍະທີ່ຜ່ານມາ; ແລະ ຫວັງວ່າສອງຝ່າຍຈະສືບຕໍ່ເພີ່ມທະວີການຮ່ວມມືໃນໄລຍະທີ່ຈະມາເຖິງນີ້. ສ່ວນ ທ່ານກິແກ້ວໄຂຄຳພິທູນກໍ່ໄດ້ຢັ້ງຢືນວ່າເລື່ອງສອງພັກຈັດກອງປະຊຸມສຳມະນາແລກປ່ຽນທິດສະດີຈະປະກອບສ່ວນເຮັດແຈ້ງບັນຫາທີ່ພວມເກີດຂຶ້ນກ່ຽວກັບພາລະກິດການປ່ຽນແປງໃໝ່ຂອງສອງປະເທດ.

        ທ່ານຫົວໜ້າຄະນະໂຄສະນາສຶກສາສູນກາງພັກຄອມມູນິດຫວຽດນາມຫວໍວັນເຖື໋ອງໄດ້ພົບປະເຈລະຈາກັບທ່ານກິແກ້ວໄຂຄຳພິທູນ. ທີ່ການເຈລະຈາ, ສອງຝ່າຍໄດ້ຢັ້ງຢືນວ່າ: ຈະຍູ້ແຮງການແບ່ງປັນບົດຮຽນ, ຍົກສູງວຽກງານໂຄສະນາສຶກສາໃຫ້ມີປະສິດທິຜົນ, ພ້ອມທັງເພີ່ມມູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫ່ຍ, ຄວາມສາມັກຄີແບບພິເສດແລະການຮ່ວມມືຮອບດ້ານລະຫວ່າງຫວຽດນາມ-ລາວນັບມື້ໃຫ້ນັບພັດທະນາເຂົ້າສູ່ລວງເລິກແລະມີຄຸນນະພາບກວ່າ./.

        ກ່ອນໜ້ານັ້ນ, ທ່ານຫງວ໊ຽນຊວັນຖັງ, ຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດຫວຽດນາມໂຮ່ຈີ່ມີນ, ປະທານສະພາທິດສະດີສູນກາງພັກຄອມມູນິດຫວຽດນາມກໍ່ໄດ້ເຮັດວຽກກັບທ່ານກິແກ້ວໄຂຄຳພິທູນ, ສອງຝ່າຍໄດ້ຮ່ວມກັນແລກປ່ຽນບັນດາການກຳນົດທິດທາງການຮ່ວມມືລະຫວ່າງສະພາທິດສະດີຂອງສອງພັກໃນໄລຍະທີ່ຈະມາເຖິງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ