ຍູ້ແຮງການຮ່ວມມື ລະຫວ່າງບັນດາທ້ອງຖິ່ນ ຫວຽດນາມ, ກຳປູເຈຍ

ຍູ້ແຮງການຮ່ວມມື ລະຫວ່າງບັນດາທ້ອງຖິ່ນ ຫວຽດນາມ, ກຳປູເຈຍ - ảnh 1
ການເຊັນບົດບັນທຶກຮ່ວມມືລະຫວ່າງ 2 ແຂວງ
(ພາບ: dongthap.gov.vn)

(vovworld) - ຕອນ​ບ່າຍ, ວັນ​ທີ 7/9, ຢູ່​ແຂວງ ດົ່ງ​ຖ໋າບ ໄດ້​ດຳ​ເນີນກອງ​ປະ​ຊຸມສະຫຼຸບຂໍ້​ຕົກ​ລົງ​ການ​ຮ່ວມ​ມື​ໄລ​ຍະ 2011-2013 ລະ​ຫວ່າງ ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ດົ່ງ​ຖ໋າບ ແລະ ແຂວງ ບານເຕີຍ​ມຽນ-ໄຈ( ລາດ​ຊະ​ອາ​ນາ​ຈັກ ກຳ​ປູ​ເຈຍ). ໂດຍປະ​ຕິ​ບັດ​ຂໍ້​ຕົກ​ລົງ​ການ​ຮ່ວມ​ມື ລະ​ຫວ່າງ​ ແຂວງ ດົ່ງ​ຖ໋າບ ແລະ ແຂວງ ບານເຕີຍ​ມຽນ-ໄຈ, ໃນ 3 ປີ​ຜ່ານ​ມາ, 2 ທ້ອງ​ຖິ່ນດັ່ງ​ກ່າວ​ໄດ້​​ຫັນ​ບັນ​ດາເນື້ອ​ໃນ​ການ​ຮ່ວມ​ມື​ຄື: ຈັດ​ຕັ້ງ​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດຂອງ 2 ແຂວງພົບ​ປະ​ແລກ​ປ່ຽນ​, ​ສົ່ງ​ເສີມ​ການ​ຄ້າ​ລົງ​ທຶນເປັນ​ລະ​ອຽດ​ເທື່ອ​ລະ​ກ້າວ, ສ້າງ​​ປະ​ຖົມ​ປັດ​ໄຈສຳ​ຄັນ​ໃຫ້​​ແກ່ການ​ຮ່ວມ​ມື​ລົງ​ທຶນ​ໃນ​ຊຸມ​ປີ​ຕໍ່​ໄປ​. 2 ແຂວງ​ກໍ່​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ, ສິ​ລະ​ປະຫຼາຍ​ຄັ້ງ.

 

 


ຂ່າວ/ບົດ​ອື່ນ