ຍູ້ແຮງການຮ່ວມສຳພັນລະຫວ່າງເຂດເພື່ອພັດທະນາເສດຖະກິດ
ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ
ກ່າວຄຳເຫັນທີ່ການປະຊຸມ
(ພາບ: Chinhphu.vn)
(vovworld) – ກ່າວຄຳເຫັນທີ່ການປະຊຸມແລກປ່ຽນວຽກງານຄັ້ງທີ 3 ຄະນະຊີ້ນຳເຂດໄຕບັກ, ເຂດໄຕງວຽນ ແລະ ເຂດທາງຕາເວັນຕົກພາກໃຕ້, ຊື່ງດຳເນີນໃນຕອນເຊົ້າວັນທີ 17/3, ຢູ່ນະຄອນ ເກີນເທີ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີບັນດາຄະນະຊີ້ນຈຶ່ງຳກຳແໜ້ນ ແລະ ຕີລາຄາສະພາບການຮັບປະກັນການປ້ອງກັນຄວາມສະຫງົບເຂດຊາຍແດນ, ຍົກສູງປະສິດທິຜົນວຽກງານພົວພັນຕ່າງປະເທດ, ພັດທະນາເສດຖະກິດເຂດຊາຍແດນ. ພ້ອມທັງ, ສຸມໃສ່ຕໍ່ສູ້ປ້ອງກັນຕ້ານການຄ້າຂາຍຢາເສບຕິດ, ການຄ້າເຖື່ອນສາກົນຜ່ານຊາຍແດນ. ກ່ຽວກັບບັນຫາຮ່ວມສຳພັນລະຫວ່າງເຂດ ເພື່ອພັດທະນາເສດຖະກິດ, ສ້າງຊີວິດການເປັນຢູ່ໃຫ້ປະຊາຊົນ. ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ:
ການຮ່ວມສຳພັນລະຫວ່າງເຂດແມ່ນບັນຫາໃຫຍ່ຄວນສືບຕໍ່ຄົ້ນຄ້ວາ ແລະ ເຮັດແຈ້ງນັບທັງດ້ານເສດຖະກິດ, ວັດທະນະທຳ. ສາມັກຄີ, ເອກະພາບດ້ວຍກັນເພື່ອພາລະກິດລວມເພື່ອປະຕິບັດສຳເລັດວຽກງານນີ້. ພວກຂ້າພະເຈົ້າສະເໜີບັນດາການນຳຂະແໜງການ, ບັນດາອົງການສັງລວມຄິດໄລ່, ບໍລິຫານ, ເພື່ອໃຫ້ບັນດາເຂດຮ່ວມສຳພັນດ້ວຍຕົນເອງ ພ້ອມກັນຜະລິດອອກຜະລິດຕະພັນ ແລະ ແນວປູກ.
ແລະກໍ່ໃນວັນດຽວກັນ, ເມື່ອເຮັດວຽກກັບກອງບັນຊາການທະຫານເຂດ 9, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີໃນໄລຍະຈະມາເຖິງ, ກອງບັນຊາການທະຫານເຂດ 9 ສືບຕໍ່ສຸມໃສ່ສ້າງຖັນແຖວພະນັກງານ, ນັກຮົບທີ່ສັດຊື່ບໍລິສຸດ ແລະ ໝັ້ນຄົງ, ແຂັ້ມແຂງ. ພ້ອມທັງ, ປະຕິບັດວຽກງານເບິ່ງແຍງຊີວິດການເປັນຢູ່ໃຫ້ປະຊາຊົນໃນບໍລິເວນ ແລະ ປະຕິບັດບົດບາດແນວຫຼັງກອງທັບ, ຕອບບຸນແທນຄູນເປັນຢ່າງດີ.