ຍູ້ແຮງການຮ່ຳຮຽນແລະປະຕິບັດຕາມແບບຢ່າງຄຸນສົມບັດໂຮ່ຈີມິນ

ຍູ້ແຮງການຮ່ຳຮຽນແລະປະຕິບັດຕາມແບບຢ່າງຄຸນສົມບັດໂຮ່ຈີມິນ - ảnh 1
(ກອງ​ປະຊຸມ ສະຫລຸບ​ເລື່ອງ​ປະຕິບັດ
​ຄຳ​ສັ່ງ​ເລດ​ທີ 03 ຂອງ​ກົມ​ການ​ເມືອງ​)

(vovworld) – ຕອນ​ເຊົ້າ​ວັນ​ທີ 25/12, ຢູ່​ຮ່າ​ໂນ້ຍ, ຄະນະ​ເລຂາ​ສູນ​ກາງ​ພັກ ຈັດ​ຕັ້ງ​ກອງ​ປະຊຸມ ສະຫລຸບ​ເລື່ອງ​ປະຕິບັດ​ຄຳ​ສັ່ງ​ເລດ​ທີ 03 ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ “ສືບ​ຕໍ່​ຍູ້​ແຮງ​ການ​ຮ່ຳຮຽນ​ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ ​ໂຮ່ຈີ​ມິນ” ທາງ​ເຄືອ​ຂ່າຍ​ອິນ​ເຕີ​ແນັດ. ກ່າວ​ຄຳ​ເຫັນ​ທີ່​ກອງປະຊຸມ, ຜູ້​ປະຈຳການ​ຄະນະ​ເລຂາທິການ ທ່ານ ​ເລ​ຮົ່ງ​ແອ​ງ ຍ້ອງຍໍ​ໝາກຜົນ ​ເຊິ່ງອຳນາດ​ການ​ປົກຄອງ, ຂະ​ແໜງ​ການ, ອົງການ​ຈັດ​ຕັ້ງມະຫາຊົນບັນລຸ​ໄດ້, ຍ້ອງຍໍ​ໝູ່​ຄະນະ, ສ່ວນ​ບຸກຄົນ​ມີ​ຜົນງານ​ຫລາຍ​ຢ່າງ ​ແລະ ຕັ້ງໜ້າ​ຮ່ຳຮຽນ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ ​ໂຮ່ຈີ​ມິນ ​ໃນ​ໄລຍະ​ຜ່ານ​ມາ. ທ່ານ​ເລ​ຮົ່ງ​ແອ​ງ ​ເນັ້ນ​ໜັກ​ວ່າ:

        “ຮ່ຳຮຽນ​ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ຂອງ​ປະທານ ​ໂຮ່ຈີ​ມິນ ​ໄດ້​ກ້າວ​ເຂົ້າ​ສູ່​ການ​ດຳລົງ​ຊີວິດ ​ແລະ ກາຍ​ເປັນສະຕິ​ຕື່ນ​ຕົວ ແລະ ນັບ​ມື້​ນັບ​ແທດ​ຈິງ​ກ່ວາ, ຈຳກັດ​ໄດ້​ການ​ປະຕິບັດ​ແບບ​ຮູບ​ການ, ການ​ນຳ​ທຸກຂັ້ນ​ໄດ້​ສຸມ​ໃສ່​ແກ້​ໄຂຫລາຍບັນຫາທີ່​ເຄັ່ງຮ້ອນ​, ຄົງ​ຄ້າງຢູ່​ຂັ້ນ​ຮາກ​ຖານ​ ​; ປະກອບສ່ວນ​​ປັບປຸງຄວາມ​ໄວ້​ເນື້ອ​ເຊື່ອ​​ໃຈ​ຂອງ​ພະນັກງານ​ສະມາຊິກ​ພັກ, ປະຊາຊົນ​ຕໍ່​ພັກ, ລັດ, ບາງ​ທ້ອງ​ຖິ່ນ​ສາມາດແກ້​ໄຂ​ເຫດການ​ໄດ້​ຢ່າງ​ເຖິງ​ຖອງ 90%.”

        ທ່ານ ​ເລ​ຮົ່ງ​ແອ​ງ ສະ​ເໜີ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ, ​ເລື່ອງ​ຮ່ຳຮຽນ ​ແລະ ປະຕິບັດ​ຕາມ​​ແບບຢ່າງ​ຄຸນສົມບັດ ​ໂຮ່ຈີ​ມິນ ຄວນ​​ໄດ້​ຮັບ​ການປະຕິບັດ​ເປັນ​ປະຈຳ; ສືບ​ຕໍ່​ຫັນ​ຄຳ​ສັ່ງ​ເລກທີ 3 ຂອງ​ກົມ​ການ​ເມືອງ​​ໃນ​ກຸ່ມ​​ອົງການ​ແຫ່ງ​ລັດ​ເປັນ​ລະອຽດ; ອຳນາດ​ການ​ປົກຄອງ​ທຸກ​ຂັ້ນ​ຄວນ​ເອົາ​ໃຈ​ໃສ່​ຊີ້​ນຳ​ປະຕິບັດ​ວຽກ​ງານ​ນີ້​ເປັນ​ຢ່າງ​ດີ.

 

ຂ່າວ/ບົດ​ອື່ນ