(vovworld) - ວັນທີ 03/03, ຢູ່ຮ່າໂນ້ຍ, ຫ້ອງວ່າການສະພາແຫ່ງຊາດ ແລະ ສະມາຄົມນັກຮົບເກົ່າຫວຽດນາມ ສົມທົບກັນຈັດຕັ້ງກອງປະຊຸມໂຄສະນາລັດຖະທຳມະນູນປີ 2013 ເພື່ອແນໃສ່ຍົກສູງຄວາມຮັບຮູ້, ສະຕິປະຕິບັດ ແລະ ກຳນົດແຈ້ງໜ້າທີ່ຂອງພະນັກງານ, ສະມາຊິກສະມາຄົມ ໃນການຜັນຂະຫຍາຍ, ປະຕິບັດລັດຖະທຳມະນູນ; ຕິດພັນກັບການປະຕິບັດບັນດາໜ້າທີ່ຈຸດສຸມໃນປີ 2014. ກອງປະຊຸມໄດ້ຮັບຟັງທ່ານຮອງສາດສະດາຈານ, ດອກເຕີ ເລມິນທົງ, ຮອງຫົວໜ້າກຳມາທິການກົດໝາຍຂອງສະພາແຫ່ງຊາດ, ຮອງຫົວໜ້າຄະນະຮຽບຮຽງຮ່າງປັບປຸງລັດຖະທຳມະນູນປີ 1992 ແນະນຳໂດຍຫຍໍ້ເນື້ອໃນພື້ນຖານ, ບັນດາຈຸດໃໝ່ຂອງຂອງລັດຖະທຳມະນູນ ສສ.ຫວຽດນາມ ເຊິ່ງໄດ້ຮັບການຮັບຮອງເອົາທີ່ກອງປະຊຸມສະໄໝສາມັນເທື່ອທີ 6 ສະພາແຫ່ງຊາດຫວຽດນາມ ຊຸດທີ 13 ຜ່ານມາ. ລັດຖະທຳມະນູນກຳນົດວ່າ: ການປົກປັກຮັກສາປະເທດຫວຽດນາມ ສັງຄົມນິຍົມ ແມ່ນໜ້າທີ່ສຳຄັນຂອງທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ ແລະ ທັງລະບົບການເມືອງ, ຕ້ອງສະແດງໃຫ້ເຫັນໃນທຸກດ້ານຄື: ການເມືອງ, ເສດຖະກິດ, ວັດທະນະທຳ, ປ້ອງກັນຊາດ ປ້ອງກັນຄວາມສະຫງົບ ແລະ ການພົວພັນຕ່າງປະເທດ... ເມື່ອເນັ້ນໜັກເຖິງຄວາມສຳຄັນຂອງວຽກງານໂຄສະນາ, ເຜີຍແຜ່, ຊາບຊຶມ ແລະ ປະຕິບັດລັດຖະທຳມະນູນ, ທ່ານຮອງສາດສະດາຈານ, ດອກເຕີ ເລມິນທົງ ຊີ້ແຈ້ງວ່າ, ນີ້ແມ່ນບັ້ນດຳເນີນຊີວິດການເມືອງຢ່າງເລິກເຊິ່ງ, ກວ້າງຂວາງ ແນໃສ່ຊາບຊຶມ, ເຜີຍແຜ່ບັນດາເນື້ອໃນທີ່ເປັນພື້ນຖານຂອງລັດຖະທຳມະນູນ ເພື່ອເປັນເອກະພາບຄວາມຮັບຮູ້ ແລະ ຈັດຕັ້ງການຜັນຂະຫຍາຍການປະຕິບັດລັດຖະທຳມະນູນຢ່າງເຂັ້ມງວດ, ມີປະສິດທິຜົນໃນຊີວິດສັງຄົມ; ພ້ອມທັງຕັດສິນໃຈຕໍ່ສູ້ຕ້ານຖ້ອຍທຳນອງເສກສັນປັ້ນແຕ່ງ, ກໍ່ຄວາມແບ່ງແຍກຢູ່ພາຍໃນຂອງບັນດາກຳລັງທີ່ເປັນປໍລະປັກ.