ຍູ້ແຮງນ້ຳໃຈມິດຕະພາບລະຫວ່າງປະຊາຊົນນະຄອນໂຮ່ຈິມິນ-ລາວ-ໄທ

(VOVWORLD) -ໃນໄລຍະຈະມາເຖິງ ຄະນະຕິດຕໍ່ພົວພັນຈະສືບຕໍ່ປະຕິບັດແຜນນະໂຍບາຍຂອງພັກ, ລັດ ເພື່ອປະຕິບັດສຳເລັດວຽກງານການຕ່າງປະເທດປະຊາຊົນ, ເປັນຂົວເຊື່ອມຕໍ່ກັບສະຖານກົງສູນໃຫຍ່, ບັນດາວິສາຫະກິດຂອງລາວ ແລະ ໄທ ໃຫ້ເປັນຢ່າງດີ

ຍູ້ແຮງນ້ຳໃຈມິດຕະພາບລະຫວ່າງປະຊາຊົນນະຄອນໂຮ່ຈິມິນ-ລາວ-ໄທ - ảnh 1 ການພົບປະສັງສັນທີ່ເປັນມູນເຊື້ອກັບຊາວຫວຽດນາມ ອາໄສຢູ່ລາວ - ໄທ

(ພາບ: .hcmcpv.org.vn)

ວັນທີ 17 ກຸມພາ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນໂຮ່ຈິມິນ (HUFO) ໄດ້ສົມທົບກັບຄະນະຕິດຕໍ່ພົວພັນກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດຂອງນະຄອນ ແລະ ຄະນະກຳມະການກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດຂອງນະຄອນ ຈັດຕັ້ງການພົບປະສັງສັນທີ່ເປັນມູນເຊື້ອກັບຊາວຫວຽດນາມ ອາໄສຢູ່ລາວ - ໄທ ເນື່ອງໃນໂອກາດຕ້ອນຮັບລະດູບານໃໝ່ປີກຸນ 2019. ກ່າວຄຳເຫັນທີ່ການພົບປະ, ທ່ານ ຮ່ວາງຫງອັກຮຸ່ງ, ຫົວໜ້າຄະນະຕິດຕໍ່ພົວພັນຊາວຫວຽດນາມ ອາໄສຢູ່ລາວ - ໄທ ນະຄອນໂຮ່ຈິມິນ ເນັ້ນໜັກວ່າ, ໃນໄລຍະຈະມາເຖິງ ຄະນະຕິດຕໍ່ພົວພັນຈະສືບຕໍ່ປະຕິບັດແຜນນະໂຍບາຍຂອງພັກ, ລັດ ເພື່ອປະຕິບັດສຳເລັດວຽກງານການຕ່າງປະເທດປະຊາຊົນ, ເປັນຂົວເຊື່ອມຕໍ່ກັບສະຖານກົງສູນໃຫຍ່, ບັນດາວິສາຫະກິດຂອງລາວ ແລະ ໄທ ໃຫ້ເປັນຢ່າງດີ, ເພີ່ມທະວີການຊຸກຍູ້ນ້ຳໃຈມິດຕະພາບອັນດີງາມລະຫວ່າງປະຊາຊົນນະຄອນໂຮ່ຈິມິນ ກັບປະຊາຊົນລາວ ແລະ ໄທ, ປະກອບສ່ວນເພີ່ມພູນຄູນສ້າງ ແລະ ພັດທະນາສາຍພົວພັນອັນດີງາມລະຫວ່າງປະຊາຊົນ 3 ປະເທດ.

        ເນື່ອງໃນໂອກາດນີ້, ຄະນະຕິດຕໍ່ພົວພັນຊາວຫວຽດນາມ ອາໄສຢູ່ລາວ - ໄທ ນະຄອນໂຮ່ຈິມິນ ໄດ້ຈັດຕັ້ງການມອບຂອງຂວັນ, ອວຍພອນຜູ້ອາຍຸສູງຊາວຫວຽດນາມ ອາໄສຢູ່ລາວ - ໄທ ທີ່ມີອາຍຸຄົບຮອບ 80 ປີ.

ຕອບກັບ

ຂ່າວ/ບົດ​ອື່ນ