ຍູ້ແຮງວຽກງານໂຄສະນາການສຶກສາຫັນປ່ຽນການກະທຳກ່ຽວກັບປະຊາກອນ
ພາບປະກອບ:internet
|
(vovworld)- “ເປັນເຈົ້າການໃນການຮັກສາການເກີດຢູ່ໃນລະດັບຕ່ຳທີ່ເໝາະສົມ; ຈຳກັດລະດັບເພີ່ມຂຶ້ນຢ່າງວ່ອງໄວຂອງອັດຕາສ່ວນທາງເພດເມື່ອປະສູດລູກ, ຍົກສູງຄຸນນະພາບປະຊາກອນກ່ຽວກັບສຸຂະພາບຮ່າງກາຍ, ຕອບສະຫນອງແຫລ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ຮັບໃຊ້ພາລະກິດຫັນເປັນອຸດສາຫະກຳ, ທັນສະໄຫມ ແລະ ພັດທະນາຢ່າງວ່ອງໄວ, ໝັ້ນຄົງຂອງປະເທດຊາດ”. ນັ້ນແມ່ນຈຸດໝາຍຂອງລາຍການໂຄສະນາຕອບສະຫນອງວັນປະຊາກອນໂລກ (11/7), ວັນປະຊາກອນຫວຽດນາມ (26/12) ແລະ ເຫດການ “ບັ້ນໂຄສະນາກ່ຽວກັບສະພາບຂາດດຸນທາງເພດເມື່ອປະສູດລູກ ຕອບສະຫນອງວັນເດັກຍິງສາກົນ (11/10). ທີ່ກອງປະຊຸມສະຫລຸບລາຍການດັ່ງກ່າວຊື່ງດຳເນີນໄປຢູ່ຮ່າໂນ້ຍເມື່ອວັນທີ 16/12, ທ່ານ ຫງວຽນວັນເຕີນ, ຮອງຫົວຫນ້າກົມໃຫຍ່ປະຊາກອນ-ວາງແຜນຄອບຄົວ ໃຫ້ຮູ້ວ່າ: “ປີ 2015 ແມ່ນປີສຸດທ້າຍຂອງລາຍການ, ກ່ຽວກັບຂອບຂະຫນາດປະຊາກອນ ພວກເຮົາຕ້ອງບັນລຸລະດັບຕ່ຳກວ່າ 93 ລ້ານຄົນ, ຮັກສາໃຫ້ໄດ້ອັດຕາສ່ວນປະຊາກອນເພີ່ມຂຶ້ນຢູ່ໃນລະດັບ 1%. ກ່ຽວກັບອັດຕາສ່ວນທາງເພດເມື່ອປະສູດລູກຕ້ອງຈຳກັດ, ຮັກສາລະດັບ ເດັກຊາຍ ຕ່ຳກວ່າ 113 ຄົນ / ເດັກຍິງ100. ເພື່ອບັນລຸບັນດາຈຸດໝາຍດັ່ງກ່າວໃຫ້ໄດ້ ຮຽກຮ້ອງຕ້ອງມີຄວາມມານະພະຍາຍາມຂອງທຸກຂະແຫນງການ, ທຸກຂັ້ນ, ສ້າງທ່ວງທ່າເພື່ອບັນລຸໄດ້ບັນດາຈຸດໝາຍຂອງຍຸດທະສາດປະຊາກອນ-ສຸຂະພາບຈະເລີນພັນໄລຍະ 2011-2020.”