(vovworld) – ຕອນບ່າຍວັນທີ 27/5, ຢູ່ ຮ່າໂນ້ຍ, ຄະນະຊີ້ນຳການປ່ຽນແປງໃໝ່ ແລະ ພັດທະນາວິສາຫະກິດ ໄດ້ຈັດກອງປະຊຸມເພື່ອຕີລາຄາໝາກຜົນການປະຕິບັດວຽກງານຊັບຊ້ອນ, ປ່ຽນໃໝ່ລັດວິສາຫະກິດປີ 2012 ແລະ 5 ເດືອນຕົ້ນປີ 2013, ພ້ອມທັງຜັນຂະຫຍາຍໂຄງການປະຕິບັດງານໄລຍະ 7 ເດືອນທ້າຍປີ 2013. ກ່າວຄຳເຫັນນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ຫວູວັນນິນ ໄດ້ຕັກເຕືອນວ່າການກົນໄກ, ນະໂຍບາຍທີ່ຂຶ້ນກັບຂົງເຂດຊັບຊ້ອນ, ປ່ຽນໃໝ່ວິສາຫະກິດ ແມ່ນຍັງຊັກຊ້າເມື່ອທຽບໃສ່ແຜນການ. ທ່ານຮອງນາຍົກລັດຖະມົນຕີ ກໍ່ສະເໜີໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆຈຶ່ງເພີ່ມທະວີການຕິດຕາມກວດກາ, ຊີ້ນຳຄະນະພັກທຸກຂັ້ນ, ປ່ຽນໃໝ່ ແລະ ຍົກສູງບົດບາດນຳພາຂອງອົງການພັກໃນລັດວິສາຫະກິດ. ດ້ານອື່ນ, ຄວນຮັກສາຫຼັກໝັ້ນເດັດດຽວປັບປຸງເພື່ອໃຫ້ລັດວິສາຫະກິດມີໂຄງປະກອບທີ່ເໝາະສົມ, ນຳໜ້າໃນການປ່ຽນໃໝ່, ນຳໃຊ້ວິທະຍາສາດ, ເຕັກໂນໂລຢີ, ຮັກສາການກຳນົດທິດສັງຄົມນິຍົມຂອງພື້ນຖານເສດຖະກິດ.