ຍູ້ໄວລະດັບຄວາມຄືບໜ້າໂຄງການສະໜອງໄຟຟ້າ ແຫ່ງຊາດໃຫ້ເມືອງເກາະ ລິ໋ເຊີນ
(ເມືອງເກາະ ລິ໋ເຊີນ)
(vovworld) – ໂຄງການສະໜອງໄຟຟ້າໃຫ້ເມືອງເກາະ ລິ໋ເຊີນ, ແຂວງກວາງຫງ້າຍ ດ້ວຍສາຍກາບໃຕ້ທະເລ ມີຍອດຈຳນວນເງິນລົງທຶນກວ່າ 650 ຕຶ້ດົງ. ມາຮອດປະຈຸບັນ, ບໍລິສັດຮັບປະມູນໄດ້ສຳເລັດວຽກງານສຳຫຼວດສາຍກາບໃຕ້ທະເລແລ້ວ, ຄາດວ່າ ຮອດວັນທີ 15/07 ຈະຜະລິດສາຍກາບໃຫ້ສຳເລັດ ແລະ ໄຊ້ທົດລອງຢູ່ໂຮງງານ. ທ່ານ ຫງວຽນເຕີນໂຫຼກ, ຮອງຜູ້ອຳນວຍການໃຫຍ່ກຸ່ມບໍລິສັດໄຟຟ້າຫວຽດນາມ ຮຽກຮ້ອງໃຫ້ບໍລິສັດໃຫຍ່ໄຟຟ້າພາກກາງ ແລະ ບັນດາບໍລິສັດຮັບປະມູນຍູ້ໄວຄວາມຄືບໜ້າໃນການປະຕິບັດ, ສູ້ຊົນຮອດຕົ້ນເດືອນ 10/2014 ຈະສະໜອງໄຟຟ້າໃຫ້ປະຊາຊົນເມືອງເກາະລິ໋ເຊີນ, ແຂວງກວາງຫງ້າຍ.
“ປະຈູບັນ, ການກໍ່ສ້າງຢູ່ເຂດດິນຕໍ່ແຜນພວມໄດ້ຮັບການຜັນຂະຫຍາຍເປັນຢ່າງດີ. ສະເພາະສາຍກາບໃຕ້ທະເລຈະສົ່ງເຂົ້າຫວຽດນາມ ຊ້າສຸດແມ່ນໃນວັນທີ 30/08 ແລະ ຈະກໍ່ສ້າງໃນເວລາ 1 ເດືອນ, ຖ້າຫາກອາດກາດເອື້ອອຳນວຍຄວາມສະດວກ, ຮັບປະກັນຄວາມຄືບໜ້າ. ແຕ່ປະຈຸບັນ ຍັງມີບັນດາວຽກງານຕ້ອງໄດ້ຮັບການກະກຽມເປັນຢ່າງດີ”.