ຍູ້ໄວລະດັບຄວາມຄຶບໜ້າ ໃນການສັບຊ້ອນ, ສ້າງໂຄງປະກອບລັດ ວິສາຫະກິດ


ຍູ້ໄວລະດັບຄວາມຄຶບໜ້າ ໃນການສັບຊ້ອນ, ສ້າງໂຄງປະກອບລັດ ວິສາຫະກິດ - ảnh 1

 (ພາບປະກອບ: Ngọc Hà/TTXVN)

 (vovworld)- ​ຕອນ​ເຊົ້າວັນ​ທີ 28/3, ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຄະນະ​ຊີ້​ນຳ​ປ່ຽນ​ໃໝ່ ​ແລະ ພັດທະນາ​ວິ​ສາ​ຫະກິດ, ຕີ​ລາຄາ​ການ​ປະຕິບັດ​ໜ້າ​ທີ່​ປີ 2013 ​ແລະ 3 ​ເດືອນ​ຕົ້ນປີ 2014; ພ້ອມ​ທັງ​ຜັນ​ຂະຫຍາຍ​ໂຄງການ​ປະຕິບັດ​ງານ​ແຕ່​ນີ້​ຮອດ​ທ້າຍ​ປີ, ທ່ານ​ຮອງ​ນາຍົກລັດຖະມົນຕີຫວູ້ວັງ​ນິງ ຖື​ວ່າ: ປີ 2013 ​ແລະ 3 ​ເດືອນ​ຕົ້ນປີ 2014, ຄະນະ​ຊີ້​ນຳ​ໄດ້​ປະຕິບັດ​ໜ້າ​ທີ່​ໄດ້​ວາງ​ອອກ​ເປັນ​ຢ່າງ​ດີ, ​ເປັນ​ເຈົ້າການ​ສົມທົບ​ກັບ​ບັນດາ​ອົງການ​ກ່ຽວຂ້ອງ, ຄົ້ນຄ້ວາຍື່ນສະ​ເໜີຕໍ່​ລັດຖະບານ, ນາຍົກລັດຖະມົນຕີ​ເພື່ອ​ພິຈາລະນາ​ປະກາດ​ໃຊ້​ບັນດາ​ກົນ​ໄກ, ນະ​ໂຍບາຍ​ທີ່​ເໝາະ​ສົມ​ກ່ຽວ​ກັບ​ການ​ສັບຊ້ອນ, ປ່ຽນ​ໃໝ່​ວິ​ສາ​ຫະກິດ.

   ກ່ຽວ​ກັບ​ແຜນການ​ປະຕິບັດວຽກງານ​ໃນ 9 ​ເດືອນ​ທ້າຍ​ປີ 2014, ທ່ານ​ຮອງ​ນາຍົກລັດຖະມົນຕີຫວູ້ວັງ​ນິງ ​ເຫັນ​ດີ ​ແລະ ຮຽກຮ້ອງ​ຄະນະ​ຊີ້​ນຳ​ຈົ່ງ​ຊຸກຍູ້​ກະຊວງ​ກໍ່ສ້າງ​ຍື່ນ​ສະ​ໜີຕໍ່ລັດຖະບານ, ນາຍົກລັດຖະມົນຕີ​​ເພື່ອ​ປະກາດ​ໃຊ້​ບັນດາ​ກົນ​ໄກ, ນະ​​ໂຍບາຍ​ຕາມ​ແຜນການ​ໄດ້​ວາງ​ອອກໂດຍ​ໄວ. ນອກຈາກ​ນັ້ນ, ຄະນະ​ຊີ້​ນຳ​ກໍ່​ຕ້ອງ​ກວດກາ​ການ​ປະຕິບັດ​ບັນດາ​ວິທີ​ການ​ສັບ​ຊ້ອນ, ​ແຜນ​ຮ່າງ​ສ້າງ​ໂຄງ​ປະກອບ​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ, ກຸ່ມ​ບໍລິສັດ, ບໍລິ​ສັດ​ໃຫ່ຍຂອງ​ລັດ​ຄືນ​ໃໝ່ ຊື່​ງ​ໄດ້​ຮັບ​ການ​ເຊັນ​ອະນຸມັດ​ຈາກ​ລັດຖະບານ​ແລ້ວ; ສຸມ​ໃສ່​ຮັບປະກັນ​ຄວາມ​ຄຶບໜ້າ​ໃນ​ການ​ຫັນ​ເປັນ​ຫຸ້ນ​ສ່ວນ./.

ຂ່າວ/ບົດ​ອື່ນ