ດ່ານັ້ງລະດົມ 75 ໂຄງການເລີ່ມທຸລະກິດສຳເລັດຜົນ

(VOVWORLD) -ພາຍຫຼັງໄດ້ຮັບການສ້າງຕັ້ງເປັນເວລາ 3 ປີ, ສູນລະດົມວິສາຫະກິດດ່ານັ້ງ ໄດ້ຈັດຕັ້ງການລະດົມ 6 ຊຸດ ໃຫ້ 75 ໂຄງການເລີ່ມທຸລະກິດ.

ດ່ານັ້ງລະດົມ 75 ໂຄງການເລີ່ມທຸລະກິດສຳເລັດຜົນ - ảnh 1

 (ພາບປະກອບ: ictdanang.vn)

ມີກວ່າ 30 ຫົວໜ່ວຍຄູ່ຮ່ວມມື, ກອງທຶນລົງທຶນ, ນັກລົງທຶນເຂົ້າຮ່ວມລະບົບເລີ່ມທຸລະກິດດ່ານັ້ງ. ຕາມແຜນຮ່າງ “ພັດທະນາລະບົບຊີວະພາບເລີ່ມທຸລະກິດຮອດປີ 2020, ວິໄສທັດຮອດປີ 2030”, ຮອດປີ 2030, ດ່ານັ້ງ ຈະກາຍເປັນແຫ່ງເລີ່ມທຸລະກິດ ແລະ ປະດິດຄິດສ້າງຂອງພາກພື້ນອາຊຽນ. ທ່ານ ໂຮ່ມິນກີ, ຮອງປະທານຄະນະກຳມະການນະຄອນດ່ານັ້ງ, ໃຫ້ຮູ້ວ່າ.

        “ເພື່ອໃຫ້ດ່ານັ້ງ ກາຍເປັນສູງກາງເລີ່ມທຸລະກິດ, ເປັນນະຄອນແຫ່ງການປ່ຽນແປງໃໝ່, ປະດິດຄິດສ້າງເຖິງປີ 2030, ພວກເຮົາຕ້ອງປະຕິບັດນັບແຕ່ຕອນນີ້. ສ້າງຍຸດທະສາດແຫ່ງການປ່ຽນແປງໃໝ່, ມີຫົວຄິດປະດິດສ້າງໃຫ້ເໝາະສົມກັບຍຸດທະສາດພັດທະນານະຄອນຮອດປີ 2030 ແລະ ວິໄສທັດຮອດປີ 2045. ເມື່ອມີວິສາຫະກິດແຫ່ງໜຶ່ງປ່ຽນແປງໃໝ່, ປະດິດຄິດສ້າງ, ເລີ່ມແຕ່ແນວຄວາມຄິດ, ເລີ່ມມີຜະລິດຕະພັນ, ຈາກນັ້ນຫັນເປັນວິສາຫະກິດກ້າວເຂົ້າສູ່ການຜະລິດທົດລອງ, ນຳສິນຄ້າເຂົ້າສູ່ທ້ອງຕະຫຼາດ ພວກເຮົາຄວນມີລະບຽບການເພື່ອໜູນຊ່ວຍ”.

ຕອບກັບ

ຂ່າວ/ບົດ​ອື່ນ