ດ່ານັ້ງ ຕ້ອງກ່າຍເປັນ ສູນເສດຖະກິດ - ສັງຄົມໃຫຍ່ ຂອງເຂດພາກກາງ

ດ່ານັ້ງ ຕ້ອງກ່າຍເປັນ ສູນເສດຖະກິດ - ສັງຄົມໃຫຍ່ ຂອງເຂດພາກກາງ - ảnh 1
​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ
ເຮັດ​ວຽກຢູ່ນະຄອນດ່າ​ນັ້ງ
(ພາບ: nguyenphutrong.net)


(vovworld) - ​​ ໃນ​ການ​ເຮັດ​ວຽກ​ກ່ຽວ​ກັບໝາກຜົນ 10 ປີ​ແຫ່ງ​ການ​ປະຕິບັດ​ມະຕິ​ເລກທີ 33 NQ/TW ຂອງ​ກົມ​ການ​ເມືອງ​ຊຸດ​ທີ 9, ກ່ຽວ​ກັບ​ “ການ​ກໍ່ສ້າງ ​ແລະ ພັດທະນາ​ນະຄອນ​ດ່າ​ນັ້ງ ​ໃນ​ໄລຍະ​ຫັນ​ປະ​ເທດ​ຊາດ ​ເປັນ​ປະ​ເທດ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ”. ​ທ່ານ​ເລຂາທິການ​ໃຫຍ່​ຄະນບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟຸຈ້ອງ ​ເນັ້ນ​ນັກ​ວ່າ ດ່າ​ນັ້ງ ຕ້ອງກາຍ​ເປັນສູນ​ເສດຖະກິດ - ສັງຄົມ​ໃຫຍ່​ຂອງ​ເຂດ​ພາກ​ກາງ ​     ທ່ານ​ເລຂາທິການ​ໃຫຍ່​ຊີ້​​ແຈ້ງ​ຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ແຮງ​ຂອງ​ດ່າ​ນັ້ງ ຍັງ​ຫຼາຍ​ຢູ່. ນະຄອນ​ມີ​ຄວາມ​ສະດວກ​ກ່ຽວ​ກັບ​ດ້ານ​ເສດຖະກິດ, ການ​ເມືອງ, ​ເຂດ​ດິນ​ແດນ, ມະນຸດ, ປະ​ຫວັດ​ສາດ ​ແຕ່​​ຍັງ​ມີຫຼາຍ​ດ້ານ​ຍັງບໍ່​ທັນ​ໄດ້​ຮັບ​ການ​ຂຸດ​ຂົ້ນ, ​​ເສີມ​ຂະຫຍາຍ​ເປັນ​ຢ່າງ​ດີ. ຂອບ​ເຂດ​ເສດຖະກິດ​ຍັງ​ນ້ອຍ​ຢູ່, ການ​ແກ່ງ​ແຍ້​ງຍັງ​ຕໍ່າ​ຢູ່. ການ​ລົງທຶນ​ໃຫ້​ແກ່​ການ​ພັດທະນາ​​ໃຫ້​ແກ່​ການ​ຜະລິດ​ຍັງ​ຊັກ​ຊ້າ​​ເມື່ອ​ທຽບ​ໃສ່​ກັບ​ການພັ​ດທະ​ນາ​ພື້ນຖານ​ໂຄງ​ລ່າງ... ກົມ​ການ​ເມືອງ​ຮຽກຮ້ອງ​ໃຫ້​ນະຄອນ​ດ່າ​ນັ້ງ ຕ້ອງ​ສືບ​ຕໍ່​ເຂົ້າ​​ໃຈ​ແຈ້ງ, ​ເລີກ​ເຊິ່ງ, ຄົບ​ຖ້ວນ​ກ່ຽວ​ກັບ​ບົດບາດ, ທີ່​ຕັ້ງ​ຂອງ​ດ່າ​ນັ້ງ ​ໃນ​ເຂດ​ພາກ​ກາງ ​ແລະ ​ເຂດ​ໄຕ​ງວຽນ ຫຼາຍກວ່າ​ອີກ. ກົມ​ການ​ເມືອງ ​​​ຕັກ​ເຕື່ອນ​ວ່າ ຕ້ອງ​ສືບຕໍ່ສຸມ​ໃສ່​ກໍ່ສ້າງ ​ແລະ ພັດທະນາ​ນະຄອນ​ດ່າ​ນັ້ງ ​ໃຫ້ເປັນ​ໜຶ່ງ​ໃນ​ບັນດາ​ເຂດ​ຕົວ​ເມືອງ​ໃຫຍ່​ຂອງ​ທົ່ວ​ປະ​ເທດ, ​ແມ່ນ​ສູນ​ເສດຖະກິດ, ສັງຄົມ​ໃຫຍ່​ຂອງ​ພາກ​ກາງ; ​ແມ່ນ​ນະຄອນ​ທ່າ​ກໍ່າ​ປັນ ​ແລະ ​ແມ່ນຂົວ​ເຊື່ອມ​ຕໍ່​ທາງ​ຄົມມະນາຄົມ​ທີ່​ສຳຄັນ...

ຂ່າວ/ບົດ​ອື່ນ