ດ່າໜັງປຸກລະດົມລາຍການມອບເອກະສານ,ວັດຖຸພັນໃຫ້ຫໍວາງສະແດງຮ່ວາງຊາ

ດ່າໜັງປຸກລະດົມລາຍການມອບເອກະສານ,ວັດຖຸພັນໃຫ້ຫໍວາງສະແດງຮ່ວາງຊາ - ảnh 1
ດ່າໜັງປຸກລະດົມລາຍການມອບເອກະສານ
ວັດຖຸພັນໃຫ້ຫໍວາງສະແດງຮ່ວາງຊາ
(ພາບ: ຕຳຫລວດປະຊາຊົນ)

(vovworld) - ​​ ຕອນ​ບ່າຍ​ວັນ​ທີ 03/07 ຄະນະ​ກຳມະການ​ປະຊາຊົນ​ເມືອງ ຮ່ວາງ​ຊາ ນະຄ​ອນ ດ່າ​ໜັງ ສົມທົບ​ກັບ​ສະມາຄົມ​ວິທະຍາສາດ​ປະຫວັດສາດ​ນະຄອນ ດ່າ​ໜັງ ຈັດ​ຕັ້ງ​ພິທີ​ປຸກລະດົມ, ຮຽກຮ້​ອງການ​ມອບ​ເອກະສານ, ວັດຖຸ​ພັນ​ໃຫ້​ຫໍ​ວາງສະ​ແດງ ຮ່ວາງ​ຊາ ​​ໃກ້ຈະ​ໄດ້​ຮັບ​ການ​ເປີດ​ສະຫຼອງ. ການ​ປຸກລະດົມ​ຈະ​ດຳ​ເນີນ​ນັບ​ແຕ່​ວັນ​ທີ 03/07/2016  ​ແລະ ສະຫລຸບ, ຕີ​ລາຄາ​ໝາກຜົນ​ແຫ່ງ​ການ​ປຸກລະດົມ​ໃນ​ວັນ​ທີ 19/01/2017. ທີ່​ພິທີ​ປຸກລະດົມ, ມີ 5 ສ່ວນ​ບຸກຄົນ​ໄດ້​ມອບ​ບັນດາ​ເອກະສານ, ວັດຖຸ​ພັນ​ຢັ້ງຢືນ​ອະທິປະ​ໄຕ​ຂອງ ຫວຽດນາມ ສຳລັບ​ໝູ່​ເກາະ ຮ່ວາງ​ຊາ. ບັນດາ​ວັດຖຸ​ພັນ​ລວມມີ: ວັດຖຸ​ທີ່​ລະ​ນຶກ​ຂອງ​ຕົວ​ພະຍານ​ຫລັກ​ຖານ​ປະຫວັດສາດ​ຕ່າງໆ ​ແລະ ຍາດຕິ​ພີ່ນ້ອງ ຂອງ​ຕົວ​ພະຍານ​ຫລັກ​ຖານທີ່​ເຄີຍ​ດຳ​ລົງ​ຊີວິດ​ໃນ​ໝູ່​ເກາະ ຮ່ວາງ​ຊາ; ບັນດາ​ເອກ​ະສານ, ສານ​ຂອງ​ລັດ ຫວຽດນາມ ​ແລະ ປະ​ເທດ​ອື່ນໆ​ທີ່​ສະ​ແດງ​ໃຫ້​ເຫັນ​ອະທິປະ​ໄຕ​ຂອງ ຫວຽດນາມ ສຳລັບ ໝູ່​ເກາະ ຮ່ວາງ​ຊາ; ບັນດາ​ແຜນ​ທີ່​ພາຍ​ໃນ​ປະ​ເທດ ​ແລະ ຂອງ​ຕ່າງປະ​ເທດ ຢັ້ງຢືນ​ອະທິປະ​ໄຕ​ຂອງ ຫວຽດນາມ ສຳລັບ​ໝູ່​ເກາະ ຮ່ວາງ​ຊາ. ທ່ານ ຫວໍ​ງ້ອກດົ່ງ ປະທານ​ຄະນະ​ກຳມະການ​ປະຊາຊົນ​ເມືອງ ຮ່ວາງ​ຊາ ​ໃຫ້​ຮູ້​ວ່າ: ​ໂຄງການ​ດັ່ງກ່າວ ​ເພື່ອ​ແນ​ໃສ່​ຍູ້​ແຮງ​ວຽກ​ງານ​ໂຄສະນາ ​ແລະ ຢັ້ງຢືນ​ອະທິປະ​ໄຕ​ຂອງ ຫວຽດນາມ ສຳລັບ​ໝູ່​ເກາະ​ ຮ່ວາງ​ຊາ ກໍ່​ຄື ​ເຈື່ອງ​ຊາ.

ຂ່າວ/ບົດ​ອື່ນ