ດຳລັດກຳນົດສຳລັບກໍ່າປັ່ນທະຫານຕ່າງປະເທດມາຫວຽດນາມ

ດຳລັດກຳນົດສຳລັບກໍ່າປັ່ນທະຫານຕ່າງປະເທດມາຫວຽດນາມ - ảnh 1
(ພາບປະກອບ)

(vovworld) -     ລັດຖະບານ​ຫາ​ກໍ່​ປະກາດ​ໃຊ້ດຳລັດ​ເລກທີ 104, ກຳນົດ​ສຳລັບ​ກໍ່າ​ປັ່ນ​ທະ​ຫານ​ຕ່າງປະ​ເທດ​ມາ​ ສສ ຫວຽດນາມ. ຕາມດຳລັດ​​ແລ້ວ, ກໍ່າ​ປັ່ນ​ທະ​ຫານ​ຕ່າງປະ​ເທດ​ມາ​ຫວຽດນາມ ຕ້ອງ​ໄດ້​ຮັບ​ອະນຸຍາດ​ຈາກບັນດາ​ອົງການ​ຄຸ້ມ​ຄອງ​​ລັດ​ທີ່​ມີ​ສິດອຳນາດ​ຂອງ​ຫວຽດນາມ; ຕ້ອງ​ເຄົາລົບ, ປະຕິບັດ​ຕາມຂໍ້​ກຳນົດ​ຂອງ​ກົດໝາຍ​ຫວຽດນາມ ​ແລະ ຂໍ້​ກຳນົດ​​ໃນດຳລັດສະບັບ​ນີ້, ຍົກ​ເວັ້ນ​ກໍລະນີມີ​ຂໍ້​ຕົກລົງ​ອື່ນ​ລະຫວ່າງ​ບັນ​ເດາ​ປະ​ເທດ​ທີ່​ມີ​ກໍ່າ​ປັ່ນ ​ແລະ ບັນດາ​ອົງການ​ຄຸ້ມ​ຄອງ​​ລັດ​ມີ​ສິດອຳນາດ​ຂອງ​ຫວຽດນາມ ຜ່ານ​ທາງ​ການ​ທູດ​ ກ່ອນ​ທີ່​ກໍ່າ​ປັ່ນ​ຈະມາ​ຫວຽດນາມ. ​ເມື່ອ​ກໍ່າ​ປັ່ນ​ທະຫານ​ຕ່າງປະ​ເທດ​ເຂົ້າ​ເຂດ​ນານ​ທະ​ເລ​ຂອງ​ຫວຽດນາມ ຕ້ອງ​ຊັກ​ທຸງຊາດຂອງ ສສ ຫວຽດນາມ ຢູ່​​ໃນ​ລະດັບ​ທຽບເທົ່າ​ກັບ​ທຸ​ງຊາດ​ຂອງ​ປະ​ເທດ​ທີ່​ມີ​ກໍ່າ​ປັ່ນ​ທະຫານ​ມາ​ຫວຽດນາມ. ຖ້າ​ຫາກ​ກໍ່າ​ປັ່ນ​ທະຫານ​ຕ່າງປະ​ເທດ​ມາ​ຢ້ຽມຢາມຫວຽດນາມ ພຽງ​ແຕ່​ໄດ້​ຈອດ, ​ເຄື່ອນ​ໄຫວ​ຢູ່​ທ່າ​ກໍ່າ​ປັ່ນທະ​ເລ, ທ່າ​ກໍ່າ​ປັ່ນ​ທະຫານ​ທີ່​​ໄດ້ຮັບ​ອະນຸຍາດ; ຕ້​ອງປະຕິບັດ​ຕາມ​ການ​ແນະນຳ​ຂອງ​ບັນດາ​ອົງການ​ຄຸ້ມ​ຄອງ​ລັດສະ​ເພາະຂະ​ແໜງຢູ່​ທ່າກໍ່າ​ປັ່ນ. ດຳລັດ​ກຳນົດ​ສະມາຊິກ​ຂອງ​ກໍ່າ​ປັ່ນ​ທະຫານ​ຕ່າງປະ​ເທດ​ມາຢ້ຽມຢາມ​ຫວຽດນາມ ພຽງ​ແຕ່​ໄດ້​ຮັບ​ອະນຸຍາດອອກ​ຈາກ​ກໍ່າ​ປັ່ນ​ພາຍຫຼັງ​ທີ່ສຳ​ເລັດ​ລະບຽບ​ແຈ້ງ​ເຂົ້າ​ເມືອງ, ລະ​ປຽບ​ປ່ຽນ​ທ່າ​ກໍ່າ​ປັ່ນ ​ແລະ ຕ້ອງ​ກັບຄື​ນກໍ່າ​ປັ່ນ​ກ່ອນ​ທີ່​ບັນດາ​ອົງການ​ຄຸ້ມ​ຄອງລັດສະ​ເພາະຂະ​ແໜງ​ຢູ່​ທ່າ​ກໍ່າ​ປັ່ນ​ປະຕິບັດ​ການ​ແຈ້​ງອອກ​ເມືອງ, ລະບຽບ​ປ່ຽນ​ທ່າ​ກໍ່າ​ປັ່ນ​ໃຫ້​ກໍ່າ​ປັ່ນລຳດັ່ງກ່າວ.



ຂ່າວ/ບົດ​ອື່ນ