ຕິດຕາມກວດກາການປະຕິບັດນະໂຍບາຍຫຼຸດຜ່ອນຄວາມທຸກຍາກຢູ່ເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍຢ່າງເຄັ່ງຂັດ

(VOVWORLD) -ການຈັດແບ່ງບັນດາເນື້ອໃນຕິດຕາມກວດກາຄວນຕິດແທດກັບມະຕິຂອງສະພາແຫ່ງຊາດ, ກໍານົດໜ້າທີ່ຮັບຜິດຊອບໃນການສ້າງຄວາມດຸ່ນດ່ຽງແຫຼ່ງກໍາລັງຂອງລັດ ໃນການປະຕິບັດນະໂຍບາຍຂອງບັນດາໂຄງການຫຼຸດຜ່ອນຄວາມທຸກຍາກ. 

ຕິດຕາມກວດກາການປະຕິບັດນະໂຍບາຍຫຼຸດຜ່ອນຄວາມທຸກຍາກຢູ່ເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍຢ່າງເຄັ່ງຂັດ - ảnh 1ທ່ານນາງ ຕ່ອງທິຟ໊ອງ ເຂົ້າຮ່ວມ ແລະ ຊີ້ນໍາກອງປະຊຸມ (ພາບ: TTXVN) 

ຕອນບ່າຍວັນທີ 12 ພະຈິກ, ຢູ່ຮ່າໂນ້ຍ, ຄະນະຕິດຕາມກວດກາກ່ຽວກັບ “ການປະຕິບັດນະໂຍບາຍ, ກົດໝາຍກ່ຽວກັບການປະຕິບັດໂຄງການເປົ້າໝາຍແຫ່ງລັດ ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ ໃນບໍລິເວນຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍໄລຍະ 2012 – 2018” ໄດ້ຈັດຕັ້ງກອງປະຊຸມຄັ້ງທີ 1 ໂດຍມີທ່ານນາງ ຕ່ອງທິຟ໊ອງ, ກໍາມະການກົມການເມືອງ, ຮອງປະທານສະພາແຫ່ງຊາດຫວຽດນາມ ເຂົ້າຮ່ວມ ແລະ ຊີ້ນໍາກອງປະຊຸມ.

        ທີ່ກອງປະຊຸມ, ທ່ານນາງ ຕ່ອງທິຟ໊ອງ ຖືວ່າ ເລື່ອງປະຕິບັດບັນດານະໂຍບາຍສໍາລັບເຂດຊົນເຜົ່າສ່ວນໜ້ອຍ, ເຂດພູດອຍ ໃນໄລຍະຜ່ານມາ ບັນລຸໄດ້ໝາກຜົນຕັ້ງໜ້າຫຼາຍຢ່າງ. ທ່ານນາງ ຕ່ອງທິຟ໊ອງ ສະເໜີຕໍ່ຄະນະຕິດຕາມກວດກາວ່າ ໃນວິວັດການສ້າງ ແລະປະຕິບັດແຜນການເຄື່ອນໄຫວ ຄວນມີການໂຄນະນາເຜີຍແຜ່,  ຊຸກຍູ້ການຮັບຮູ້ຄວາມຮັບຜິດຊອບເປັນເຈົ້າການຂອງພໍ່ແມ່ພີ່ນ້ອງຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍໃນການຍົກສູງຄຸນນະພາບຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈ.  ຕາມທ່ານນາງ ຕ່ອງທິຟ໊ອງ ແລ້ວ, ການຈັດແບ່ງບັນດາເນື້ອໃນຕິດຕາມກວດກາຄວນຕິດແທດກັບມະຕິຂອງສະພາແຫ່ງຊາດ, ກໍານົດໜ້າທີ່ຮັບຜິດຊອບໃນການສ້າງຄວາມດຸ່ນດ່ຽງແຫຼ່ງກໍາລັງຂອງລັດ ໃນການປະຕິບັດນະໂຍບາຍຂອງບັນດາໂຄງການຫຼຸດຜ່ອນຄວາມທຸກຍາກ. 

ຕອບກັບ

ຂ່າວ/ບົດ​ອື່ນ