ທ່ານ ຫງວຽນວັນຟາ ກ່າວຄຳເຫັນຊີ້ນຳໃນການເຮັດວຽກຢູ່ແຂວງ ຈ່າວີງ
(ພາບ: daidoanket.vn)
(vovworld) – ວັນທີ 21/4, ຄະນະປະຕິບັດງານຂອງຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໂດຍທ່ານ ຫງວຽນວັນຟາ, ຮອງປະທານຄະນະກຳມະການເປັນຫົວໜ້າຄະນະໄດ້ປະຕິບັດການຕິດຕາມກວດກາກ່ຽວກັບສະພາບການຜັນຂະຫຍາຍວຽກງານເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 14 ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ, ອາຍຸການ 2016 – 2021 ຢູ່ແຂວງ ຈ່າວີງ. ທີ່ການເຮັດວຽກ, ທ່ານຮອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຫງວຽນວັນຟາ ຮຽກຮ້ອງໃຫ້ແຂວງ ຈ່າວີງ ສຸມໃສ່ປະຕິບັດວຽກງານກວດກາ, ຕິດຕາມກວດກາບັນດາວຽກງານໃນການເລືອກຕັ້ງ. ຄຽງຄູ່ກັນນັ້ນ, ແຂວງສ້າງເງື່ອນໄຂດີທີ່ສຸດໃຫ້ແກ່ບັນດາຜູ້ອອກສະໝັກເລືອກຕັ້ງພົບປະກັບຜູ້ມີສິດເລືອກຕັ້ງເພື່ອຂົນຂວາຍການເລືອກຕັ້ງຖືກຕ້ອງຕາມກົດໝາຍ.
ແລະກໍ່ໃນວັນດຽວກັນ, ຄະນະຕິດຕາມກວດກາຂອງຄະນະປະຈຳສະພາແຫ່ງຊາດ ໂດຍທ່ານ ຟານຊວນຢູ້ງ, ກຳມະການຄະນະປະຈຳສະພາແຫ່ງຊາດ ເປັນຫົວໜ້າຄະນະຕິດຕາມກວດກາວຽກງານກະກຽມການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 14 ແລະ ສະມາຊິກສະພາປະຊາຊົນຂັ້ນຕ່າງໆອາຍຸການ 2016 – 2021 ຢູ່ແຂວງ ຫວີງລອງ. ຄະນະຕິດຕາມກວດກາຕີລາຄາສູງຄວາມຄືບໜ້າໃນການຜັນຂະຫຍາຍວຽກງານເລືອກຕັ້ງຂອງສະພາເລືອກຕັ້ງແຂວງ ຫວີງລອງໃນໄລຍະຈະມາເຖິງ.