ຕວກກີຈັດພິທີໄວ້ທຸກທົ່ວປະເທດ 1 ວັນເພື່ອໄວ້ອາໄລບັນດາຜູ້ປະສົບເຄາະຮ້າຍໃນເຫດວາງລະເບີດຢູ່ນອກສະໜາມກິລາ

ຕວກກີຈັດພິທີໄວ້ທຸກທົ່ວປະເທດ 1 ວັນເພື່ອໄວ້ອາໄລບັນດາຜູ້ປະສົບເຄາະຮ້າຍໃນເຫດວາງລະເບີດຢູ່ນອກສະໜາມກິລາ - ảnh 1
ຫດ​ວາງ​ລະ​ເບີດ​ຢູ່​ໃຈ​ກາງ​ນະ​ຄອນ ອິດ​ສະ​ຕານ​ບູນ
(ພາບ: EPA/TTXVN)

(vovworld) - ​​​ວັນ​ທີ 11/12, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ຕວກ​ກີ Recep Tayyip Erdogan ໄດ້​ໂຈະ​ການ​ຢ້ຽມ​ຢາມ​ກາ​ຊັກ​ສະ​ຖານ ຕາມ​ແຜນ​ການ, ພາຍ​ຫຼັງ​ເຫດ​ວາງ​ລະ​ເບີດ 2 ຄັ້ງ​ຢ່າງ​ລ້ຽນ​ຕິດ​ຢູ່​ໃຈ​ກາງ​ນະ​ຄອນ ອິດ​ສະ​ຕານ​ບູນ ໃນ​ຄ່ຳ​ຄືນ​ວັນ​ທີ 10/12, ​ເຮັດ​ໃຫ້​ຢ່າງ​ໜ້ອຍ​ສຸດ​ມີ 29 ຄົນ​ເສຍ​ຊີ​ວິດ, ເຊິ່ງ​ຕົ້ນ​ຕໍ່​ແມ່ນ​ຕ​ຳ​ຫຼວດ ແລະ 166 ຄົນ​ຖືກ​ຮັບ​ບາດ​ເຈັບ. ຕວກ​ກີ ກ​ໍ​ປະ​ກາດ​ຈັດ​ພິ​ທີ​ໄວ້​ທຸກ​ທົ່ວ​ປະ​ເທດ 1 ວັນ ໃນ​ວັນ​ທີ 11/12 ເພື່ອ​ໄວ້​ອາ​ໄລ​ບັນ​ດາ​ຜູ້​ຖືກ​​ປະ​ສົບ​ເຄາະ​ຮ້າຍ​ໃນ​ເຫດ​ວາງ​ລະ​ເບີດ​ 2 ຄັ້ງ​ຢ່າງ​ລ້ຽນ​ຕິດ​ດັ່ງ​ກ່າວ. ຕາມ​ສຳ​ນັກ​ຂ່າວ​ສານ​ແຫ່ງ​ລັດ​ຕວກ​ກີ Anadolu ແລ້ວ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Erdogan ຖະ​ແຫຼງວ່າ, ບັນ​ດາ​ເຫດ​ວາງ​ລະ​ເບີດ​ແມ່ນ​ການ​ກໍ່​ການ​ຮ້າຍ ​ທີ່​ເລັ່ງໃສ່​ສາ​ມັນ​ຊົນ ແລະ ຕຳ​ຫຼວດ. ໃນ​ຂະ​ນະ​ນັ້ນ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ອົງການສົນທິສັນຍາ​​ແອດ​ແລນ​ຕິ​ກ​ເໜືອ (NATO) Jens Stoltenberg ໄດ້​ກ່າວ​ປະ​ນາມ​ວ່າ ນີ້​ແມ່ນ​ການກໍ່​ການ​ຮ້າຍ​ທີ່​ຕ່ຳ​ຕ້ອຍ, ພ້ອມ​ທັງ​ຢືນ​ຢັນ​ວ່າ, NATO ຈະ​ສາ​ມັກ​ຄີ​ກັບ​ພັນ​ທະ​ມິດ​ຕວກ​ກີ ເພື່ອ​ຕ້ານ​ການກໍ່​ການ​ຮ້າຍ​ໃນ​ທຸກ​ຮ​ູບ​​ການ.

        ​ປະ​ຈຸ​ບັນ​, ຕຳ​ຫຼວດ​ຕວກ​ກີ ໄດ້​ຈັບ​ຕ​ົວ​ເປົ້າ​ໝາຍ​ຖືກ​ສົງ​ໄສ​ມີ​ສ່ວນ​ກ່ຽວ​ຂ້ອງ​ເຖິງ​ບັນ​ດາ​ເຫດ​ວາງ​ລະ​ເບີດ​ຢູ່​ອິດ​ສະ​ຕານ​ບູນ 10 ຄົນ.

ຂ່າວ/ບົດ​ອື່ນ