(vovworld) – ວັນທີ 08/09, ຕວກກີ ຢັ້ງຢືນວ່າ ບັນດາກຳລັງທະຫານບົກພິເສດຂອງປະເທດນີ້ ໄດ້ຂ້າມຊາຍແດນເຂົ້າເຂດພາກເໜືອອີຣັກ ເພື່ອຂັບໄລ່ບັນດາມືປືນຂຶ້ບກັນພັກກຳມະກອນຊາວ Kurd (PKK). ການກະທຳດັ່ງກ່າວຖືກດຳເນີນໄປ ພາຍຫຼັງມີບັນດາການບຸກໂຈມຕີທີ່ນອງເລືອດແນໃສ່ບັນດາກຳລັງປ້ອງກັນຄວາມສະຫງົບຕວກກີ ຕື່ມອີກ, ແຕ່ວ່າ ເລື່ອງນຳທະຫານຂ້າມຊາຍແດນຈະບໍ່ແກ່ຍາວ. ບັນດາແຫຼ່ງຂ່າວຈາກລັດຖະບານຕວກຕີ ເນັ້ນໜັກວ່າ, ກຳລັງປ້ອງກັນຄວາມສະຫງົບຂອງປະເທດນີ້ໄດ້ຂ້າມຊາຍແດນ ເພື່ອຂັບໂລ່ບັນດາມືປືນ PKK, ທີ່ດຳເນີນບັນດາການບຸກໂຈມຕີອັນນອງເລືອດໃນໄລຍະມໍ່ໆມານີ້. Ankara ຊີ້ແຈ້ງວ່າ, ນີ້ພຽງແມ່ນມາດຕະການໄລຍະສັ້ນເພື່ອແນໃສ່ສະກັດກັ້ນບັນດາມືປືນ PKK ແລ່ນໜີ.