(vovworld) – ຕວກກີ ຢືນຢັນການຮ່ວມມືກັບເຢຍລະມັນເພື່ອສະກັດກັ້ນຂະບວນຄົນອົບພະຍົບຢ່າງຜິດກົດໝາຍ, ຄຳຖະແຫຼງດັ່ງກ່າວເຊິ່ງທ່ານນາຍົກລັດຖະມົນຕີຕວກຕີ Ahmet Davutoglu ຍົກອອກມາ ທີ່ການປະຊຸມຂ່າວຮ່ວມກັບທ່ານນາງນາຍົກລັດຖະມົນຕີເຢຍລະມັນ Angela Merkel, ໃນວັນທີ 18/10, ຢູ່ ອິດສຕານບູນ. ທ່ານ Davutoglu ກໍເນັ້ນໜັກວ່າ, ວິກິດການນີ້ ຈະບໍ່ໄດ້ຮັບການແກ້ໄຂ ຖ້າຫາກບໍ່ມີມາດຕະການໃຫ້ແກ່ການປະທະກັນຢູ່ຊີຣີ. ທ່ານນາຍົກລັດຖະມົນຕີ Davutoglu ກ່າວເຕືອນວ່າ, ການປະທະກັນທີ່ນັບມື້ນັບຮ້າຍແຮງລະຫວ່າງກຳລັງຂອງລັດຖະບານຊີຣີ, ພາຍໃຕ້ການໜູນຊ່ວຍຈາກບັນດາການບຸກໂຈມຕີທາງອາກາດຂອງລັດເຊຍ ແລະ ພວກກະບົດຂອງອົງການລັດອິດສລາມ IS ອ້າງຊື່ເອງ ຈະກໍໃຫ້ເກີດການອົບພະຍົບຄັ້ງໃໝ່. ທ່ານສະເໜີຕ້ອງສ້າງຕັ້ງເຂດປອດໄພຢູ່ທາງພາກເໜືອຊີຣີ ຖ້າຫາກສະກັດກັ້ນຄົນອົບພະຍົບ.
ສ່ວນທ່ານນາງນາຍົກລັດຖະມົນຕີ Angela Merkel ເນັ້ນໜັກວ່າ, ເລື່ອງບໍ່ສາມາດຄວບຄຸມຂະບວນຄົນອົບພະຍົບໄດ້ນັ້ນ ເຮັດໃຫ້ EU ແລະ ຕວກກີ ເວົ້າລວມ, ກໍຄືເຢຍລະມັນ ເວົ້າສະເພາະ, ຕ້ອງຮ່ວມມືກັນຢ່າງແໜ້ນແຟ້ນກວ່າໃນຫຼາຍບັນຫາ.