ຕວກກີຫ້າມໃຫ້ຂ່າວກ່ຽວກັບການສືບສວນ

ຕວກກີຫ້າມໃຫ້ຂ່າວກ່ຽວກັບການສືບສວນ - ảnh 1
Mevlut Mert Altintas ຜູ້ລອບສັງຫານ
ເອກອັກຄະລັດຖະທູດ ລັດເຊຍ ເມື່ອວັນທີ 19/12
(ພາບ: AP)

(vovworld) – ​ ວັນ​ທີ 27/12 ສານ​​ແຫ່ງໜຶ່ງ​ຂອງ ຕວກກີ​ ​ໄດ້​ປະກາດ​​ຄຳ​ສັ່ງຫ້າມສື່​ມວນ​ຊົນ​ໃຫ້​ຂ່າວ​ກ່ຽວ​ກັບ​ເລື່ອງ​ສືບສວນສອບ​ສວນ​ເຫດ​ລອບ​ສັງຫານ​ເອກ​ອັກຄະ​ລັດຖະທູດ ລັດ​ເຊຍ Andrei Karlov ທີ່ເກີດ​ຂຶ້ນ​ຢູ່​ງານ​ວາງສະ​ແດງ​ສີ​ລະ​ປະທີ່​ນະຄອນຫລວງ Ankara ຂອງ ຕວກກີ ​ເມື່ອ​ວັນ​ທີ 19/12 ຜ່ານ​ມາ. ຕາມ​ສຳນັກ​ຂ່າວສານ​ແຫ່ງ​ລັດ Anadolu ​ແລ້ວ ສານ​ຢູ່ Ankara ​ໄດ້​ເຫັນ​ດີ​ເປັນ​​ເອກະ​ພາບ​ຕໍ່​ຄຳ​ສະ​ເໜີ​ຂອງ​ບັນດາ​​ເຈົ້າ​ໜ້າ​ທີ່ໄອ​ຍະ​ການ ກ່ຽວກັບ​ ເລື່ອ​ງຫ້າມ​ນຳ​ເອົາ​ຮູບ​ພາບ​ທີ່​ກ່ຽວຂ້ອງ​ເຖິງ​ເຫດ​ລອບ​ສັງຫານ​ທ່ານ Andrei Karlov ອອກ​ຂ່າວ. ຄຳ​ຕັດສິນ​ຂອງສານ​ຊີ້​ແຈ້ງວ່າ ບັນດາ​ຂໍ້​ມູນ​ແບບ​ນີ້ ອາດ​ຈະກໍ່​ຄວາມ​ເສຍ​ຫາຍ​ເຖິງ​ຄວາມ​ສະຫງົບ​​ແຫ່ງ​ຊາດ ​ແລະ ຄຳ​ສັ່ງຫ້າມ​ດັ່ງກ່າວ​ຈະ​ມີ​ຜົນ​ສັກສິດ​ໃນ​ຕະຫລອດວິວັດ​ການ​ສືບສວນສອບ​ສວນ. ​ໃນ​ຂະນະ​ນັ້ນ ຝ່າຍ ລັດ​ເຊຍ ຖື​ວ່າ: ປະຈຸ​ບັນຍັງ​ບໍ່​ທັນ​ຮອດຈຸດ​ເວລາ ​ເພື່ອ​ຍົກ​ອອກຄຳ​ວິຈານ​ກ່ຽວ​ກັບ​ການ​ສືບສວນສອບ​ສວນ ກໍ່​ຄື​ຍັງ​ບໍ່​ທັນ​ມີ​ປະ​ກິລິຍາ​ຫຍັງຕໍ່ຄຳ​ຕັດສິນ​ຂອງ​ສານ ຕວກກີ ​ເທື່ອ.

ຂ່າວ/ບົດ​ອື່ນ