ທ່ານນາຍົກລັດຖະມົນຕີ ຕວກກີ Binali Yildirim
(ພາບ: AFP/TTXVN)
(vovworld) – ຄ່ຳຄືນວັນທີ 03/01, ສະພາແຫ່ງຊາດ ຕວກກີ ໄດ້ປ່ອນບັດຮັບຮອງເອົາຂໍ້ສະເໜີຂອງລັດຖະບານປະເທດນີ້ ທີ່ແກ່ຍາວສະພາວະສຸກເສີນຕື່ມອີກ 3 ເດືອນ. ນີ້ເປັນຄັ້ງທີ 2 ທີ່ Ankara ໄດ້ຕໍ່ກຳນົດເວລາສະພາວະສຸກເສີນ ເຊິ່ງຈັດວາງນັບແຕ່ພາຍຫລັງການກໍ່ລັດຖະປະຫານຖືກປະລາໄຊເມື່ອກາງເດືອນ 07/2016. ຕວກກີ ຖືວ່າ: ເລື່ອງຮັກສາສະພາວະສຸກເສີນແມ່ນຈຳເປັນທີ່ສຸດ ເພື່ອປັດເຂ່ຍຜົນສະທ້ອນຂອງບາດຫລວງ Fethullah Gulen ຊຶ່ງປະຈຸບັນພວມດຳລົງຊີວິດຜັດຖິ່ນຢູ່ ອາເມລິກາ ແລະ ຖືກກ່າວຫາວ່າ ເປັນຜູ້ໜູນຫລັງການກໍ່ລັດຖະປະຫານ. ເຖິງຢ່າງໃດກໍ່ຕາມ, ສະຫະພາບ ເອີລົບ (ອີຢູ) ໄດ້ສະແດງຄວາມວິຕົກັງວົນກ່ຽວກັບການກະທຳດັ່ງກ່າວຂອງ ຕວກກີ ອາດຈະພາໄປເຖິງເລື່ອງສວຍໃຊ້ສະພາວະສຸກເສີນ. ຕາມສຳນັກຂ່າວສານ Anadolu ຂອງ ຕວກກີ ແລ້ວ, ມາຮອດປະຈຸບັນ ມີຜູ້ຖືກຈັບຕົວຍ້ອນສົງໄສວ່າ ມີສ່ວນກ່ຽວຂ້ອງເຖິງບາດຫລວງ Gulen ກ່ວາ 41.000 ຄົນ. ໃນຂະນະນັ້ນ ມີກ່ວາ 100.000 ຄົນອື່ນກໍ່ຖືກສືບສວນສອບສວນ.