ຕວກກີ ສະແດງຄວາມຫວັງຢາກສ້າງໜ້າໃໝ່ໃນການພົວພັນກັບ ລັດເຊຍ
(VOVWORLD) - ທ່ານປະທານາທິບໍດີລັດເຊຍ Vladimir Putin ໄດ້ຂອບອົກຂອບໃຈທ່ານປະທານາທິບໍດີຕວກກີ Recep Tayyip Erdogan ທີ່ໄດ້ເຂົ້າຮ່ວມໂດຍກົງ ແລະ ຜ່ານຄະນະເລຂາ ສປຊ, ບັນຫາສະໜອງທັນຍາຫານຂອງຢູແກຼນ ຈາກບັນດາທ່າກຳປັ່ນທະເລດຳ ໄດ້ຮັບການແກ້ໄຂ.
ປະທານາທິບໍດີລັດເຊຍ Vladimir Putin ແລະ ປະທານາທິບໍດີຕວກກີ Recep Tayyip Erdogan ທີ່ການເຈລະຈາ (ພາບ: Tass)
ວັນທີ 5 ສິງຫາ, ຢູ່ນະຄອນໂຊຈີ ປະເທດລັດເຊຍ, ໄດ້ດຳເນີນການພົບປະເຈລະຈາລະຫວ່າງທ່ານປະທານາທິບໍດີລັດເຊຍ Vladimir Putin ແລະ ທ່ານປະທານາທິບໍດີຕວກກີ Recep Tayyip Erdogan ເນື່ອງໃນໂອກາດທີ່ທ່ານປະທານາທິບໍດີຕວກກີ ໄປຢ້ຽມຢາມ ລັດເຊຍ ເປັນເວລາ 1 ວັນ.
ທ່ານປະທານາທິບໍດີລັດເຊຍ Vladimir Putin ໄດ້ຂອບອົກຂອບໃຈທ່ານປະທານາທິບໍດີຕວກກີ Recep Tayyip Erdogan ທີ່ໄດ້ເຂົ້າຮ່ວມໂດຍກົງ ແລະ ຜ່ານຄະນະເລຂາ ສປຊ, ບັນຫາສະໜອງທັນຍາຫານຂອງຢູແກຼນ ຈາກບັນດາທ່າກຳປັ່ນທະເລດຳ ໄດ້ຮັບການແກ້ໄຂ. ພ້ອມກັນນັ້ນ ກໍ່ໄດ້ຮັບຮອງເອົາຂໍ້ຕົກລົງມອບເໝົາກ່ຽວກັບການສະໜອງສະບຽງອາຫານ ແລະ ຝຸ່ນເຄມີຂອງລັດເຊຍ ໃຫ້ແກ່ຕະຫຼາດໂລກບໍ່ຖືກຂາດວັກຂາດຕອນ. ທ່ານປະທານາທິບໍດີລັດເຊຍ Vladimir Putin ສະແດງຄວາມຫວັງຕໍ່ເລື່ອງເຊັນບົດບັນທຶກຊ່ວຍຈຳ ກ່ຽວກັບການພັດທະນາການພົວພັນດ້ານເສດຖະກິດ ແລະ ການຄ້າລະຫວ່າງສອງປະເທດ.
ສ່ວນທ່ານປະະທານາທິບໍດີຕວກກີ Recep Tayyip Erdogan ໄດ້ສະແດງຄວາມຫວັງຕໍ່ການເລີ່ມຕົ້ນໜ້າໃໝ່ ໃນການພົວພັນສອງຝ່າຍ, ທ່ານກໍ່ປາດຖະໜາວ່າ ການກໍ່ສ້າງໂຮງງານໄຟຟ້ານິວເຄຼຍ Akkuyu ຢູ່ແຂວງ Mersin ທາງພາກໃຕ້ຕວກກີ ໃນປີ 2018 ໂດຍກຸ່ມບໍລິສັດພະລັງງານປະລະມານູແຫ່ງຊາດລັດເຊຍ Rosatom ຈະສຳເລັດຕາມແຜນການ.