ຕວກ​ກີ, ອາ​ເມ​ລິກ​າ​ ເກືອບ​ຈະ​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ກ່ຽວ​ກັບ​ເຂດ​ປອດ​ໄພ ຢ​ູ່ຊີ​ຣີ

(VOVWORLD) - ເລື່ອງ ຕວກກີ ແລະ ອາເມລິກາ ບັນລຸໄດ້ຂໍ້ຕົກລົງດັ່ງກ່າວແມ່ນມີຄວາມໝາຍສຳຄັນສຳລັບກຸ່ມປະກອບອາວຸດ ບັນດາກຳລັງປະຊາທິປະໄຕຊີຣີ (SDF)  - ເຊິ່ງແມ່ນກຳລັງໂດຍຊາວ Kurd ນຳໜ້າ ທີ່ມີ ອາເມລິກາ ໜູນຫຼັງຢູ່ ຊີຣີ.
ຕວກ​ກີ, ອາ​ເມ​ລິກ​າ​ ເກືອບ​ຈະ​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ກ່ຽວ​ກັບ​ເຂດ​ປອດ​ໄພ ຢ​ູ່ຊີ​ຣີ - ảnh 1ທ່ານ Tayyip Erdogan ປະທານາທິບໍດີ ຕວກກີ ແລະ ທ່ານ Donald Trump ປະທານາທິບໍດີ ອາເມລິກາ (ພາບ:  AFP/TTXVN) 

ວັນທີ 2 ພຶດສະພາ, ທ່ານ Mevlut Cavusoglu  ລັດຖະມົນຕີການຕ່າງປະເທດ ຕວກກີໄດ້ແຈ້ງໃຫ້ຊາບວ່າ ອານກາຣາ ແລະ ວໍຊິງຕັນ ເກືອບຈະບັນລຸໄດ້ຂໍ້ຕົກລົງລະອຽດກ່ຽວກັບເຂດປອດໄພທີ່ໄດ້ຂຶ້ນແຜນຢູ່ທາງຕາເວັນອອກສ່ຽງເໜືອ ຊີຣີ, ລຽບຕາມເຂດຊາຍແດນທີ່ຕິດກັບຕວກກີ. ທ່ານ Cavusoglu ໄດ້ຍົກອອກຄຳປາໄສດັ່ງກ່າວເພື່ອຕອບຄຳຖາມທີ່ການຖະແຫຼງຂ່າວກ່ຽວກັບການເຈລະຈາຂອງ ຕວກກີ ກັບທູດພິເສດຂອງ ອາເມລິກາ ກ່ຽວກັບຊີຣີໃນອາທິດນິ້. ຕວກກີຢາກສ້າງຕັ້ງເຂດປອດໄພຢູ່ທາງທິດຕາເວັນອອກຂອງແມ່ນ້ຳ Euphrates, ພາຍຫຼັງທີ່ທະຫານອາເມລິການໄດ້ຖອນອອກຈາກຊີຣີເປັນສ່ວນຫຼາຍ.

        ເລື່ອງ ຕວກກີ ແລະ ອາເມລິກາ ບັນລຸໄດ້ຂໍ້ຕົກລົງດັ່ງກ່າວແມ່ນມີຄວາມໝາຍສຳຄັນສຳລັບກຸ່ມປະກອບອາວຸດ ບັນດາກຳລັງປະຊາທິປະໄຕຊີຣີ (SDF)  - ເຊິ່ງແມ່ນກຳລັງໂດຍຊາວ Kurd ນຳໜ້າ ທີ່ມີ ອາເມລິກາ ໜູນຫຼັງຢູ່ ຊີຣີ.

ຕອບກັບ

ຂ່າວ/ບົດ​ອື່ນ