ຕ້ອງຕັດສິນໃຈຢ່າງສູງກວ່າ, ມີການກະທຳຢ່າງຂ້ຽວຂາດກ່ວາເພື່ອຕ້ານການສໍ້ລາດບັງຫຼວງ

ຕ້ອງຕັດສິນໃຈຢ່າງສູງກວ່າ, ມີການກະທຳຢ່າງຂ້ຽວຂາດກ່ວາເພື່ອຕ້ານການສໍ້ລາດບັງຫຼວງ - ảnh 1

ທ່ານ​ຫງວຽນ​ຟູ້​ຈ້ອງ ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອມ​ມູ​ນິດ​ຫວຽດ​ນາມເປັນ​ປະ​ທານກອງ​ປະ​ຊຸມ​ຄັ້ງ​ທີ 11 ຄະ​ນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການ​ປ້ອງ​ກັນ ແລະ ຕ້ານ​ການ​ສໍ້​ລາດ​ບັງຫຼວງ​


(vovworld)- ວັນ​ທີ 28/12, ຢູ່​ຮ່າ​ໂນ້ຍ, ຄະ​ນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການ​ປ້ອງ​ກັນ ແລະ ຕ້ານ​ການ​ສໍ້​ລາດ​ບັງຫຼວງ​ໄດ້​ໂຮມ​ກອງ​ປະ​ຊຸມ​ຄັ້ງ​ທີ 11 ໂດຍ​ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂ​ອງ​ທ່ານ​ຫງວຽນ​ຟູ້​ຈ້ອງ ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອມ​ມູ​ນິດ​ຫວຽດ​ນາມ, ຫົວ​ໜ້າ​ຄະ​ນະ​ຊີ້​ນຳ​ດັ່ງ​ກ່າວ . ທາ່ນເລ​ຂາ​ທິ​ການ​ໃຫຍ່​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ້​ຈ້ອງ​ໄດ້​ຊີ້​ໃຫ້​ເຫັນ​ວ່າ ຄະ​ນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການ​ປ້ອງ​ກັນ ແລະ ຕ້ານ​ການ​ສໍ້​ລາດ​ບັງຫຼວງໄດ້​ມີ​ຄວາມ​ພະ​ຍາ​ຍາມຫຼາຍ​ຢ່າງ​ເພື່ອ​ປະ​ຕິ​ບັດ​ບັນ​ດາ​ໂຄງ​ການ ແຜນ​ງານ​ທີ່​ໄດ້​ວາງ​ອອກ ດ້ວຍ​ຈິດ​ໃຈ​ເຮັດ​ວຽກ​ຢ່າງ​ຂ້ຽວ​ຂາດ ແລະ ໄດ້​ມີ​ການ​ຫັນ​ປ່ຽນ​ຢ່າງ​ຕັ້ງ​ໜ້າໃນ​ຕົວ​ຈິງ. ທາ່ນເລ​ຂາ​ທິ​ການ​ໃຫຍ່​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ້​ຈ້ອງ​ ເນັ້ນ​ໜັກ​ວ່າ :ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ, ເພຶ່ອ​ປະ​ຕິ​ບັດ​ວຽກ​ງານ​ປ້ອງ​ກັນ ແລະ ຕ້ານ​ການ​ສໍ້​ລາດ​ບັງຫຼວງ, ການ​ຟູມ​ເຟືອຍ, ປະ​ກົດ​ການ​ຫຍໍ້​ທໍ້​ໃຫ້​ເປັນ​ຢ່າງ​ດີນັ້ນ, ກໍ​ຕ້ອງ​ມີ​ຄວາມ​ຕັດ​ສິນ​ໃຈ​ຢ່າງ​ສູງກວ່າ, ມີ​ການ​ກະ​ທຳ​ຢ່າງ​ຂ້ຽວ​ຂາດ​ກ່​ວາ.
ຂ່າວ/ບົດ​ອື່ນ