(vovworld) – ຕອນຄຳ່ວັນທີ 8/4, ຢູ່ຮ່າໂນ້ຍ, ສະຖານທູດ ສປປ. ລາວ ປະຈຳ ຫວຽດນາມ ໄດ້ຈັດຕັ້ງພິທີຕ້ອນຮັບບຸນປີໃໝ່ (ພສ 2559).
ທ່ານ ທອງສະຫວັນ ພົມວິຫານ, ເອກອັກຄະລັດຖະທູດ ສປປ ລາວ
ປະຈຳ ຫວຽດນາມ ກ່າວຄຳເຫັນໄຂພິທີ
ເຂົ້າຮ່ວມພິທີມີທ່ານ ດິງເທ໋ຮີງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາສູນກາງພັກ, ທ່ານນາງ ຕ່ອງທິຟ໋ອງ, ກຳມະການກົມການເມືອງ, ຮອງປະທານສະພາແຫ່ງຊາດ, ທ່ານ ຟ້າມບີ່ງມິງ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ, ທ່ານນາງ ດັ້ງທິງອກທິ້ງ, ກຳມະການສູນກາງພັກ, ຮອງປະທານປະເທດ, ບັນດາພະນັກງານອາສຸໂສ, ທະຫານອາສາສະໝັກ ແລະ ນັກຊ່ຽວຊານການທະຫານ ຫວຽດນາມ ໄດ້ຊ່ວຍເຫຼືອການປະຕິວັດລາວ, ຜູ້ຕາງໜ້າບັນດາກະຊວງ, ຄະນະ, ຂະແໜງການ, ບັນດາອົງການຈັດຕັ້ງມະຫາຊົນຂັ້ນ ສູນກາງ ແລະ ທ້ອງຖິ່ນຂອງ ຫວຽດນາມ. ໃນບົດກ່າວປາໄສໄຂພິທີ, ທ່ານ ທອງສະຫວັນ ພົມວິຫານ, ເອກອັກຄະລັດຖະທູດ ສປປ ລາວ ປະຈຳ ຫວຽດນາມ, ເນັ້ນໜັກວ່າ:
ເທບ ທ່ານ ທອງສະຫວັນ ພົມວິຫານ
ທ່ານນາງ ຕ່ອງທິຟ໋ອງ, ກຳມະການກົມການເມືອງ, ຮອງປະທານ
ສະພາແຫ່ງຊາດ ຫວຽດນາມ
|
ໂດຍຕາງໜ້າໃຫ້ພັກ, ລັດ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ, ທ່ານນາງ ຕ່ອງທິຟ໋ອງ, ກຳມະການກົມການເມືອງ, ຮອງປະທານສະພາແຫ່ງຊາດ ຫວຽດນາມ ໄດ້ສົ່ງຄຳອວຍພອນປີໃໝ່ອັນດີງາມເຖິງການນຳພັກ, ລັດ, ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ, ພ້ອມທັງຢັ້ງຢືນວ່າ:
“ພັກກອມມູມິດ ຫວຽດນາມ, ລັດ ຫວຽດນາມ ແລະ ປະຊາຊົນ ຫວຽດນາມ ໝັ້ນໝາຍພ້ອມກັບພັກປະຊາຊົນປະຕິວັດລາວ ແລະ ປະຊາຊົນລາວ ບັນດາເຜົ່າອ້າຍນ້ອງຮັກສາ ແລະ ເສີມຂະຫຍາຍມູນເຊື້ອສາມັກຄີມິດຕະພາບແບບພິເສດ, ຍູ້ແຮງການຮ່ວມມືລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດຂຶ້ນສູ່ລະດັບສູງໃໝ່ຢ່າງບໍ່ຢຸດຢັ້ງ, ບັນລຸໝາກຜົນອັນແທດຈິງ, ຕອບສະໜອງຄວາມມຸ່ງມາດປາດຖະໜາ ແລະ ຜົນປະໂຫຍດຂອງປະຊາຊົນ 2 ປະເທດ, ພ້ອມທັງປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສ້າງປະຊາຄົມ ອາຊຽນ, ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ວັດທະນາຖາວອນຢູ່ພາກພື້ນ ແລະ ຢູ່ໃນໂລກ.”
ພາຍຫລັງພິທີບາສີສູ່ຂວັນ,ແຂກຖືກເຊີນໄດ້ພ້ອມກັນຮັບປະທານອາຫານແລະຮ່ວມຟ້ອນລຳວົງດ້ວຍຄວາມເບີກບານມ່ວນຊື່ນງານບຸນຕ້ອນຮັບປີໃໝ່ໄດ້ສິ້ນສຸດລົງໃນທຳນອງເພງພື້ນເມືອງທີ່ເຂັ້ມຂົ້ນ ໄປດ້ວຍສີສັນຂອງປະເທດລ້ານຊ້າງ.