ຕອນ​ເຊົ້າ​ວັນ​ທີ 02 ພະ​ຈິກ, ຫວຽດນາມ ບໍ່ພົບກໍລະນີຕິດເຊື້ອພະຍາດໂຄວິດ-19 ລາຍໃໝ່

(VOVWORLD) - ຕາມແຫຼ່ງຂ່າວຂອງຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ- 19 ແລ້ວ, ໄລ່ຮອດເວລາ 6 ໂມງ ຂອງວັນທີ 02 ພະຈິກ ຫວຽດນາມ ບໍ່ພົບກໍລະນີຕິດເຊື້ອພະຍາດໂຄວິດ-19 ລາຍໃໝ່. 
ຕອນ​ເຊົ້າ​ວັນ​ທີ 02 ພະ​ຈິກ, ຫວຽດນາມ ບໍ່ພົບກໍລະນີຕິດເຊື້ອພະຍາດໂຄວິດ-19 ລາຍໃໝ່     - ảnh 1ຜູ້ເຂົ້າເມືອງ ຫວຽດນາມ ປະຕິບັດການແຍກຕົວລວມໝູ່ ເພື່ອປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 (ພາບ:TTXVN )

ສະນັ້ນ, ເປັນມື້ທີ 61 ແລ້ວທີ່ ຫວຽດນາມ ບໍ່ພົບກໍລະນີຕິດໂລກລະບາດໂຄວິດ-19 ໃນຊຸມຊົນ. ປະຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ແມ່ນ 1.180 ຄົນ, ໃນນັ້ນຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນ 1.063 ຄົນ, ມີຜູ້ເສຍຊີວິດ 35 ຄົນ ແລະ ບໍ່ມີກໍລະນີເຈັບໜັກ.

ສ່ວນຢູ່ໃນໂລກ, ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 02 ພະຈິກ (ຕາມເວລາ UTC), ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ- 19 ແມ່ນກວ່າ 46.804.423 ຄົນ, ໃນນັ້ນມີຜູ້ເສຍຊີວິດ 1,2 ລ້ານຄົນ.

ອາເມລິກາ ຍັງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ ຍ້ອນໂລກລະບາດໂຄວິດ-19, ເຊິ່ງມີຜູ້ຕິດເຊື້ອພະຍາດ 9.473.720 ຄົນ, ຜູ້ເສຍຊີວິດ 236.471 ຄົນ. ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ.

ຕອບກັບ

ຂ່າວ/ບົດ​ອື່ນ