ຕອນ​ເຊົ້າ​ວັນ​ທີ 21 ມິ​ຖຸ​ນາ, ຫວຽດ​ນາມ​ບໍ່​ພົບ​ຜູ້​ຕິດ​ເຊື້ອ​ໂຄວິດ - 19 ໃໝ່

(VOVWORLD) -ໄລ່ຮອດເວລາ 6 ໂມງຂອງວັນທີ 21 ມິຖຸນາ, ຫວຽດນາມ ບໍ່ພົບຜູ້ຕິດເຊື້ອໂຄວິດ - 19 ໃໝ່

ຕາມຂ່າວຈາກ ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໃນຕອນເຊົ້າວັນທີ 21 ມິຖຸນາ, ໄລ່ຮອດເວລາ 6 ໂມງຂອງວັນທີ 21 ມິຖຸນາ, ຫວຽດນາມ ບໍ່ພົບຜູ້ຕິດເຊື້ອໂຄວິດ - 19 ໃໝ່.

ນັບແຕ່ເວລາ 6 ໂມງຂອງວັນທີ 16 ເມສາ ຫາເວລາ 6 ໂມງຂອງວັນທີ 21 ມິຖຸນາ ໄດ້ເປັນ 66 ມື້ແລ້ວ, ຫວຽດນາມ ບໍ່ພົບຜູ້ຕິດເຊື້ອໃໝ່ໃນຊຸມຊົນ. ເປັນອັນວ່າ, ຫວຽດນາມ ໄດ້ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ທັງໝົດ 349 ຄົນ ໃນນັ້ນ ມີ 209 ກໍລະນີ ມາຈາກຕ່າງປະເທດ ໄດ້ຮັບການແຍກຕົວໂດຍທັນທີ ແລະ ບໍ່ສາມາດຕິດແປດສູ່ຊຸມຊົນ.


ຕອບກັບ

ຂ່າວ/ບົດ​ອື່ນ