(vovworld) - ແຕ່ວັນທີ 1/5/2013, ກົດໝາຍວ່າດ້ວຍແຮງງານ (ສະບັບປັບປຸງ) ຈະມີຜົນສັກສິດ, ຕາມນັ້ນແລ້ວ, ຈະປ່ຽນໃໝ່ບັນດານະໂຍບາຍທີ່ກ່ຽວຂ້ອງໂດຍກົງເຖິງຄົນງານ, ຄືນະໂຍບາຍທີ່ກ່ຽວຂ້ອງເຖິງການກິນເບ້ຍບຳນານ, ມານລູກ, ເງິນເດືອນພື້ນຖານ... ເມື່ອແລກປ່ຽນກ່ຽວກັບບັນດາຈຸດໃໝ່ຂອງກົດໝາຍວ່າດ້ວຍແຮງງານ (ສະບັບປັບປຸງ), ທ່ານນາງລັດຖະມົນຕີກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ຟ້າມທິຫາຍຈ່ວຽນ ໃຫ້ຮູ້ວ່າ: ກົດໝາຍວ່າດ້ວຍແຮງງານ (ສະບັບປັບປຸງ) ຄັ້ງນີ້ມີບາງເນື້ອໃນກ່ຽວຂ້ອງໂດຍກົງເຖິງສິດຜົນປະໂຫຍດຂອງຄົນງານ ແລະ ຜູ້ນຳໃຊ້ຄົນງານ, ມີຫຼາຍນະໂຍບາຍໄດ້ຕອບສະໜອງສິດຜົນປະໂຫຍດສ່ວນໜຶ່ງເຊິ່ງຄົນງານມຸ້ງຫວັງ, ພ້ອມທັງແບ່ງປັນຄວາມຫຍຸ້ງຍາກກັບຜູ້ນຳໃຊ້ຄົນງານ. ລະອຽດຄື: ເວລາພັກມານລູກແຕ່ 4 ເດືອນ ຈະເພີ່ມຂຶ້ນເຖິງ 6 ເດືອນ, ພັກວັນບຸນ, ປີໃໝ່ປະຈຳຊາດຈາກ 9 ວັນຂຶ້ນເຖິງ 10 ວັນ, ເພີ່ມອາຍຸ ພັກກິນເບ້ຍບຳນານຈະມອບໃຫ້ລັກຖະບານກຳນົດບາງກໍລະນີພິເສດ, ສາມາດແກ່ຍາວອາຍຸພັກກິນເບ້ຍບຳນານ... ຄືແນວນັ້ນ ຈະຕອບສະໜອງສ່ວນໃດສ່ວນໜຶ່ງຂອງການນຳໃຊ້ພຸມປັນຍາຂອງຜູ້ມີລະດັບຄວາມຮູ້, ປະກອບສ່ວນແກ້ໄຂບັນດາບັນຫາກ່ຽວກັບຄວາມສະເໝີບພາບລະຫວ່າງ ຍິງ - ຊາຍ, ສ້າງເງື່ອນໄຂໃຫ້ພະນັກງານໜຸ່ມສືບຕໍ່ມີກາລະໂອກາດພັດທະນາ.