ຕະຫລາດຫວຽດນາມນຳມາເຊິ່ງກາລະໂອກາດທີ່ດີໃຫ້ວິສາຫະກິດອັງກິດ

ຕະຫລາດຫວຽດນາມນຳມາເຊິ່ງກາລະໂອກາດທີ່ດີໃຫ້ວິສາຫະກິດອັງກິດ - ảnh 1
(ທ່ານ​ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູວັນ​ນິງ ພົບ​ປະ​ກັບ ​ເຈົ້າ​ຊາຍ Andrew)

(vovworld) – ​​​ ​ ວັນ​ທີ 10/9, ຢູ່​ລອນ​ດອນ, ສະຖານທູດ ຫວຽດນາມ ປະຈຳ ລາຊະ​ອານາຈັກ​ ​ອັງກິດ ​ແລະ ​ໄອ​ແລນເໜືອ ຈັດ​ຕັ້ງ​ເວ​ທີ​ປາ​ໄສ​ເສດຖະກິດ ຫວຽດນາມ ດ້ວຍ​ຫົວ​ຂໍ້ “ຄູ່ຮ່ວມ​ມື​ເພື່ອ​ການ​ພັດທະນາ: ກາລະ​ໂອກາດ​ຮ່ວມ​ມື​ໃຫ້​ວິ​ສາ​ຫະກິດ ຫວຽດນາມ - ອັງກິດ” ​ເພື່ອ​ແນ​ໃສ່​ແບ່ງປັນ​ຂໍ້​ມູນ​ຂ່າວສານ ​ແລະ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ວິ​ສາ​ຫະກິດ 2 ປະ​ເທດ.

        ກ່າວ​ຄຳ​ເຫັນ​ທີ່​​ເວທີ​ປາ​ໄສ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ​ໃຫ້​ຮູ້​ວ່າ: ສະພາບ​ການ​ເສດຖະກິດ​ມະຫາ​ພາກ​ຂອງ ຫວຽດນາມ ສືບ​ຕໍ່​ໄດ້​ຮັບ​ການຮັກສາ​​ເປັນ​ປົກກະຕິ, ​ການ​ເຕີບ​ໂຕ​ເສດຖະກິດ​ນັບ​ມື້​ນັບ​ສູງ​ຂຶ້ນ, ​ໄພ​ເງິນ​ເຟີ້​ໄດ້​ຄວບ​ຄຸມ​ເປັນ​ຢ່າງ​ດີ, ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ນັບ​ມື້​ນັບ​ໄດ້​ຍົກ​ສູງຂຶ້ນ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ຢືນຢັນ​ວ່າ: ລັດຖະບານ ຫວຽດນາມ ​ໃຫ້ຄຳ​ໝັ້ນ​ສັນຍາ​ສ້າງ​ທຸກ​ເງື່ອນ​ໄຂ​ສະດວກ ​ເພື່ອ​ໃຫ້​ບັນດາ​ນັກ​ລົງທຶນ ອັງກິດ ​ເພີ່ມ​ທະວີ​ການ​ຮ່ວມ​ມື, ລົງທຶນ​ໝັ້ນຄົງ​ຢູ່ ຫວຽດນາມ.

        ສ່ວນ​ເຈົ້າ​ຊາຍ Andrew ຢືນຢັນ​ວ່າ: ລາດ​ຊະ​ວົງ ອັງກິດ ຍາມ​ໃດ​ກໍ​ສະໜັບສະໜູນ​ລັດຖະບານ 2 ປະ​ເທດ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ, ໜູນ​ຊ່ວຍ​ໃຫ້​ບັນດາ​ວິ​ສາ​ຫະກິດ ​ເພື່ອ​ການ​ພັດທະນາ​ເສດຖະກິດ​ຂອງ​ແຕ່ລະ​ປະ​ເທດ. ​ເຈົ້າ​ຊາຍ Andrew ກໍ​ຕີ​ລາຄາ​ສູງ​ບັນດາ​ຄວາມ​ມານະ​ພະຍາຍາມ​ປະຕິ​ຮູບ​ຂອງ ຫວຽດນາມ ​ໃນ​ປະຈຸ​ບັນ ​ເພື່ອ​ແນ​ໃສ່​​ເປົ້າໝາຍພັດທະນາ​ເສດຖະກິດ - ສັງຄົມ.

        ​ແລະ​ຕອນ​ບ່າຍ​ໃນ​ວັນ​ດຽວ​ກັນ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ມີ​ການ​ພົບ​ປະ​ກັບ ​ເຈົ້າ​ຊາຍ Andrew ຢູ່ ວັງ Buckingham ​ເພື່ອ​ແນ​ໃສ່​ແລກປ່ຽນ​ທິດ​ທາງ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ລາຊະອານາຈັກ ອັງກິດ ​ໃນ​ໄລຍະ​ຈະ​ມາ​ເຖິງ.

 

ຂ່າວ/ບົດ​ອື່ນ