ຕະຫລາດອາຊີຫັນປ່ຽນພາຍຫລັງຈີນດັບປັບອັດຕາແລກປ່ຽນເງິນຢວນ

ຕະຫລາດອາຊີຫັນປ່ຽນພາຍຫລັງຈີນດັບປັບອັດຕາແລກປ່ຽນເງິນຢວນ - ảnh 1
(ພາບ:Reuters)

(vovworld) - ​ ​ວັນ​ທີ 11/8, ທະນາຄານ​ປະຊາຊົນ ຈີນ (PBoC) - ທະນາຄາ​ນສູນ​ກາງ ຈີນ​ ໄດ້ດັບ​ປັບ​ອັດຕາ​ແລກປ່ຽນ​ເງິນ​ຢວນລົງ​ລະດັບ​ຕ່ຳ​ສຸດ​ທຽບ​ໃສ່​ເງິນ ​ໂດ​ລາສະຫະລັດ ​ໃນ 3 ປີຜ່ານມາ. ​ເລື່ອງ ຈີນ ​ເປັນ​ເຈົ້າ​ການ​ດັບ​ປັບ​ອັດຕາ​ແລກປ່ຽນ​ເງິນ​ຢວນ, ກຳນົດ​ອັດຕາ​ແລກປ່ຽນຂອງ​ເງິນ​ຢວນຫລຸດລົງ​ເກືອບ 2%, ອັນ​ໄດ້ເຮັດ​ໃຫ້​ຕະຫລາດ​ເງິນຕາ ອາຊີ ຫັນປ່ຽນ, ​ໃນ​ນັ້ນ​ມີ​ສະກຸນ​ເງິນ ​ໂດ​ລາ, ສິງກະ​ໂປ ​ແລະ ສະກຸນ​ເງິນ ອວນ​ຂອງ ສ​ເກົາຫຼີ​ໄດ້​ຫລຸດ​ລົງ 0,6% ​ແລະ 1,2% ​ເປັນ​ລຳດັບ, ພ້ອມ​ກັນ​ນັ້ນ ຕະຫລາດ​ຫຼັກ​ຊັບ ອາຊີ ກໍ​ມີ​ທ່າ​ຫລຸດ​ລົງ. ຕາມ​ການ​ໄຈ​ແຍ້​ກ​ແລ້ວ, 8 ກຸ່ມ​ຄົນ​ໄດ້​ຮັບ​ຜົນ​ສະທ້ອນ​ຈາກ​ການ​ດັບ​ປັບ​ອັດ​ຕາ​ແລກປ່ຽນຂອງ​ເງິນ​ຢວນ​ແມ່ນ​ບັນດາ​ນັກ​ລົງທຶນ​ຫຼັກ​ຊັບ, ລົງທຶນ​ອະສັງຫາລິມະ​ຊັບ, ການ​ສຶກສາ​ຮຳ່ຮຽນຢູ່​ຕ່າງ​ປະ​ເທດ, ຊື້​ເຄື່ອງ​ຈາກ​ຕ່າງປະ​ເທດ, ການທ່ອງທ່ຽວຕ່າງປະ​ເທດ, ວິ​ສາ​ຫະກິດ​ສົ່ງ​ອອກດ້ວຍ​ຂອບ​ຂະໜາດ​ໃຫຍ່, ວິ​ສາ​ຫະກິດ​ນຳ​ໃຊ້​ເງິນ​ຢວນ​ເປັນ​ຈຳນວນ​ຫລາຍ ​ແລະ ຊາວ​ຕ່າງປະ​ເທດ​ເຂົ້າ​ມາ​ລົງທຶນສະ​ແຫວ​ງຫາ​ຜົນ​ປະ​ໂຫຍ​ດຢູ່ ຈີນ.

ຂ່າວ/ບົດ​ອື່ນ