ຕະຫຼາດຂາຍຍ່ອຍຫວຽດ ນາມດຶງດູດນັກລົງທຶນ ຕ່າງປະເທດ

ຕະຫຼາດຂາຍຍ່ອຍຫວຽດ ນາມດຶງດູດນັກລົງທຶນ ຕ່າງປະເທດ - ảnh 1

(ພາບປະກອບ)

(vovworld)-ວັນ​ທີ 26/8, ສື່​ມວນ​ຊົນ​ໄທ​ໄດ້​ໃຫ້​ຂໍ້​ສັງ​ເຫດ​ວ່າ: ຕະ​ຫຼາດ​ຂາຍ​ຍ່ອຍຫວຽດນາມ​ ພວມ​ນັບ​ມື້​ນັບດຶງດູດ​ບັນດານັກ​ລົງທຶນ​ຕ່າງປະ​ເທດ, ​ໃນ​ນັ້ນມີ​ບັນດາບໍລິສັດ​ຂອງ​ໄທ ​ແລະ ຍີ່​ປຸ່ນ. ໜັງສືພິມ ”The National” ​ໃຫ້​ຮູ້​ວ່າ: ບັນດາ​ບໍລິສັດ​ຂອງ​ໄທ ​ແລະ ຍີ່​ປຸ່ນ ​ເຫັນ​ໄດ້ຄວາມ​ສາມາດ​ບົ່ມ​ຊ້ອນ​ໃນ​ຕະຫຼາດ​ທີ່​ກ້ວາງ​ໃຫ່ຍຢູ່​ຫວຽດນາມ ​ແລະ ຫວຽດນາມ ພວມ​ກາຍ​ເປັນ​ຈຸດ​ນັດ​ພົບ​ທີ່​ດຶງ​ດູດ​​ບັນດາ​ນັກ​ຂາຍຍ່ອຍ​ໃຫ່ຍ​ໃນ​ພາກ​ພື້ນ. ທ່ານ​ພິສະນຸ ພົງວັດທະນະ  ຮອງ​ປະທານ​ບໍລິສັດ Berli Iucker ​ໃຫ​້ຂໍ້​ສັງ​ເກດ​ວ່າ: ​ເມື່ອ​ທຽບ​ກັບ​ຕະຫຼາດ​ໄທ, ຕະຫຼາດ​ຫວຽດນາມ ພວມ​ຖືກ​ຖື​ວ່າ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ໃຫ່ຍຫຼວງ​ໃຫ້​ແກ່​ຂະ​ແໜງ​ອຸດ​ສາ​ກະ​ກຳ​ຂາຍຍ່ອຍ. ຕາມ​ແຜນການ, Berli Iucker ຈະ​ເປີດ​ຮ້ານ​ຂາຍ​ເຄື່ອງ​ຕື່ມ​ອີກ 100 ຮ້ານ​ໃນ​ປີໜ້າ ​ແລະ ​300 ຮ້ານ​ຢູ່​ນະຄອນ​ຮ່າ​ໂນ້ຍ ​ແລະ ນະຄອນ​ໃຫ່ຍ​ແຫ່ງ​ຕ່າງໆໃນ​ປີ 2015. ​ໃນ​ຂະນະ​ນັ້ນ, ກຸ່ມ​ບໍລິສັດ Central Pattana ​ຊື່​ງ​ແມ່ນ​ກຸ່ມ​ບໍລິສັດພັດທະນາ​ສູນ​ການ​ຄ້າ​ອັນ​ດັບ​ໜຶ່ງ​ຂອງ​ໄທ ກໍ່​ພວມປຶກສາ​ຫາລື​ກັບ​ຄູ່​ຮ່ວມ​ມື​ຫວຽ​ດນາມ ​ເພື່ອ​ແນ​ໃສ່​ຜັນ​ຂະຫຍາຍ​ສູນ​ການ​ຄ້າ​ແຫ່ງ​ອຳ​ອິດ​ຢູ່​ຫວຽດນາມ. ບົດ​ໜັງສືພິມ​ໃຫ້​ຂໍສັງ​ເກດ​ວ່າ: ຫວຽດນາມ ຍັງ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຫຼາ​ຍຢ່າງ​ເພື່​ອ​ໃຫ້​ບັນດາ​ນັກ​ການ​ຄ້າ​ທັນ​ສະ​ໄມ​ພັດທະນາ. ປະຈຸ​ບັນ​ມີ​ຮ້ານ​ການ​ຄ້າ​ທັນ​ສະ​ໄຫມ​ຢູ່​ຫວຽດນາມ ປະມານ 800 ຮ້ານ​ເທົ່າ​ນັ້ນ.

 

 

 

ຂ່າວ/ບົດ​ອື່ນ