ຕາລີບານຢູ່ປາກິດສະຖານຖະແຫຼງດຳເນີນເຫດວາງລະເບີດຢູ່Lahore
ເຫດບຸກໂຈມຕີສາຫຼະຊີບແນໃສ່ສວນສາທາລະນະ Gulshan i Iqbal
(ພາບ: Reuters)
(vovworld) - ກຸ່ມ Tahreek i Taliban Pakistan Jamaatul Ahrar, ເຊິ່ງແມ່ນກຸ່ມຕາລີບານ ຢູ່ປາກິດສະຖານ ຍອມຮັບວ່າ ໄດ້ດຳເນີນເຫດບຸກໂຈມຕີສາຫຼະຊີບແນໃສ່ສວນສາທາລະນະ Gulshan i Iqbal ຂຶ້ນກັບໜ້າຄອນ Lahore, ແຂວງ Punjab ຂອງປາກິດສະຖານ ໃນຕອນຄ່ຳວັນທີ 27/03, ເຊິ່ງເຮັດໃຫ້ຢ່າງໜ້ອຍສຸດທີ 65 ຄົນເສຍຊີວິດ ແລະ 250 ກ່ວາຄົນຮັບບາດເຈັບ. ຕຳຫຼວດ ປາກິດສະຖານ ຢືນຢັນວ່າ, ນີ້ແມ່ນການບຸກໂຈມຕີສະຫຼະຊີບ. ແລະກໍໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີອີນເດຍ Narendra Modi ໄດ້ໂທລະສັບໃຫ້ຄູ່ຕຳແໜ່ງປາກິດສະຖານ Nawaz Sharif ເພື່ອແບ່ງເບົາຄວາມເສົ້າສະຫຼົດໃຈຢ່າງເລິກເຊິ່ງ. ທ່ານນາຍົກລັດຖະມົນຕີ Narendra Modi ເນັ້ນໜັກວ່າ, ຕ້ອງມານະພະຍາຍາມ, ບໍ່ໄດ້ອະນຸໂລມໃນບັ້ນຕ້ານກໍ່ການຮ້າຍ. ໃນຂະນະນັ້ນ, ວັນທີ 27/03, ໂຄສົກສະພາປ້ອງກັນຄວາມສະຫງົບແຫ່ງຊາດອາເມລິກາ Ned Price ໃຫ້ຮູ້ວ່າ, ອາເມລິກາ ໄດ້ກ່າວປະນາມເຫດການບຸກໂຈມຕີສະຫຼະຊີບຢູ່ Lahore, ພ້ອມທັງໃຫ້ຄຳໝັ້ນສັນຍາສົມທົບກັບປາກິດສະຖານ ເພື່ອ ຜາບແຜ້ລັດທິກໍ່ການຮ້າຍ.