ຕາລີບານ ມີຄວາມປາດຖະໜາ ຢາກສ້າງການພົວພັນກັບທຸກປະເທດ
(VOVWORLD) -ໂດຍຕອບສຳພາດຕໍ່ນັກຂ່າວຂອງສຳນັກຂ່າວສານ TASS (ລັດເຊຍ), ຜູ້ຕາງໜ້າ ຕາລີບານ ໃຫ້ຮູ້ວ່າ ກຳລັງນີ້ພວມດຳເນີນການເຈລະຈາກັບລັດເຊຍກ່ຽວກັບການຮັບຮອງເອົາລັດຖະບານ ອາບການິດສະຖານ ໂດຍຕາລີບານ ນຳພາ ແລະ ເປີດສະຖານທູດ ລັດເຊຍ ປະຈຳ ອາບການິດສະຖານ.
ທ່ານ Zabihullahd Mujahid ຜູ້ຕາງໜ້າກຳລັງຕາລີບານ ປະຈຳ ອາບການິດສະຖານ (ພາບ: AP) |
ວັນທີ 11 ຕຸລາ, ທ່ານ Zabihullahd Mujahid ຜູ້ຕາງໜ້າກຳລັງຕາລີບານ ປະຈຳ ອາບການິດສະຖານ ໄດ້ຖະແຫຼງວ່າ ກຳລັງນີ້ ພວມມານະພະຍາຍາມສ້າງການພົວພັນທາງການທູດ ກັບ ທຸກປະເທດ, ໃນນັ້ນມີ ລັດເຊຍ. ໂດຍຕອບສຳພາດຕໍ່ນັກຂ່າວຂອງສຳນັກຂ່າວສານ TASS (ລັດເຊຍ), ຜູ້ຕາງໜ້າ ຕາລີບານ ໃຫ້ຮູ້ວ່າ ກຳລັງນີ້ພວມດຳເນີນການເຈລະຈາກັບລັດເຊຍກ່ຽວກັບການຮັບຮອງເອົາລັດຖະບານ ອາບການິດສະຖານ ໂດຍຕາລີບານ ນຳພາ ແລະ ເປີດສະຖານທູດ ລັດເຊຍ ປະຈຳ ອາບການິດສະຖານ. ກໍ່ຕາມທ່ານ Mujahid ແລ້ວ, ຕາລີບານ ພວມມານະພະຍາຍາມເຊື່ອມຕໍ່ບັນດາຖ້ຽວບິນສາກົນ ຈາກສະໜາມບິນ Kabul.
ເຖິງຢ່າງໃດກໍຕາມ, ຕາລີບານໄດ້ສ້າງຕັ້ງ ລັດຖະບານຊົ່ວຄາວ, ແຕ່ມາຮອດປັດຈຸບັນ ຍັງບໍ່ມີປະເທດໃດ ຮັບຮອງເອົາ ລັກສະນະນິຕິກຳ ຂອງລັດຖະບານດັ່ງກ່າວຢູ່ ອາບການິດສະຖານ.