ຕຳຫຼວດປະຊາຊົນໄດ້ປະກອບສ່ວນຢ່າງໃຫຍ່ຫຼວງໃນຜົນງານລວມຂອງປະເທດຊາດ
ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ
ທີ່ວາລະໄຂກອງປະຊຸມ
(ພາບ: nhandan)
(vovworld) – ຕຳຫຼວດປະຊາຊົນໄດ້ປະກອບສ່ວນຢ່າງໃຫຍ່ຫຼວງໃນຜົນງານລວມຂອງປະເທດຊາດ. ນີ້ແມ່ນຄຳຢັ້ງຢືນຂອງທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ທີ່ວາລະໄຂກອງປະຊຸມໃຫຍ່ຄັ້ງທີ 6, ອາຍຸການ 2015 – 2020, ອົງຄະນະພັກຕຳຫຼວດສູນກາງ, ເຊິ່ງຖືກດຳເນີນໄປໃນຕອນເຊົ້າວັນທີ 16/10 ຢູ່ຮ່າໂນ້ຍ. ທ່ານປະທານປະເທດ ເຈືອງເຕີນຊາງ, ທ່ານໂຕຮຸຍເຣື໋ອ, ຫົວໜ້າຄະນະຈັດຕັ້ງສູນກາງ, ທ່ານຫົວໜ້າຄະນະໂຄສະນາສຶກສາສູນກາງ ດິງເທຮີງ ແລະ ບັນດາອະດີດການນຳພັກ, ລັດເຂົ້າຮ່ວມກອງປະຊຸມ.
ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ເນັ້ນໜັກວ່າ, ໃນອາຍຸການຈະມາເຖິງ, ຄະນະພັກຕຳຫຼວດສູນກາງ ຕ້ອງສຸມໃສ່ສ້າງກຳລັງຕຳຫຼວດປະຊາຊົນ ໃຫ້ມີຄວາມຈົ່ງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ; ປະຕິບັດບັນດາແຜນນະໂຍບາຍ, ມະຕິຂອງພັກ ແລະ ກົດໝາຍຂອງລັດ ກ່ຽວກັບການປົກປັກຮັກສາປະເທດຊາດ, ປົກປັກຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍເປັນຢ່າງດີ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຮຽກຮ້ອງວ່າ.
“ຕ້ອງເປັນເຈົ້າການ, ດ້ວຍບັນດາມາດຕະການແກ້ໄຂເພື່ອກຳແໜ້ນສະພາບການ ແລະ ຍົກສູງຄຸນນະພາບວຽກງານໄຈ້ແຍກ, ຄາດຄະເນສະພາບການເພື່ອເປັນເສນາທິການໃຫ້ພັກ, ລັດ ຢ່າງທັນການ; ບໍ່ປະໃຫ້ຕົກຢູ່ໃນທ່າຮັບ, ບັງເອີນໃນທຸກສະພາບການ. ຕ້ອງຢືດໝັ້ນຮັບປະກັນຄວາມສະຫງົບແຫ່ງຊາດ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ. ບໍ່ປະໃຫ້ບັນດາອົງການການເມືອງທີ່ເປັນຝ່າຍຄ້ານໄດ້ຮັບການສ້າງຕັ້ງຂຶ້ນ ແລະ ລົບລ້າງບັນດາກົນອຸບາຍຂອງກຳລັງທີ່ເປັນປໍລະປັກ ຫວັງຕ້ານທຳລາຍຫວຽດນາມ.”