ຖັນແຖວປັນຍາຊົນວິທະຍາສາດ ແລະ ເຕັກໂນໂລຢີສືບຕໍ່ປະກອບສ່ວນເຂົ້າໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດ
(VOVWORLD) -ຕອນບ່າຍວັນທີ 15 ກັນຍາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຝ້າມມິນຈີ້ງໄດ້ເປັນປະທານກອງປະຊຸມທົ່ວປະເທດ “ຖັນແຖວປັນຍາຊົນວິທະຍາສາດ ແລະ ເຕັກໂນໂລຢີຜັນຂະຫຍາຍປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ”
ທ່ານນາຍົກລັດຖະມົນຕີ ຝ້າມມິນຈີ້ງໄດ້ເປັນປະທານກອງປະຊຸມ |
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຝ້າມມິນຈີ້ງ ໄດ້ຕັກເຕືອນບັນດານັກວິທະຍາສາດຄວນສຸມໃສ່ປະຕິບັດບາງໜ້າທີີ່ຄື: ຜັນຂະຫຍາຍປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ, ເພີີ່ມທະວີບົດບາດຂອງຖັນແຖວປັນຍາຊົນໃນກຸ່ມກ້ອນມະຫາສາມັກຄີບົນພື້ນຖານສະພັນທະມິດ ກຳມະກອນ-ຊາວກະສີກອນ-ປັນຍາຊົນ; ເຂົ້າຮ່ວມປະກອບສວ່ນ ນຳວິທະຍາສາດ ແລະ ເຕັກໂນໂລຢີ ພັດທະນາຂຶ້ນສູ່ລະດັບສູງໃໝ່.
ທ່ານນາຍົກລັດຖະມົນຕີຫວຽດນາມ ຝ້າມມິນຈີ້ງ ຢືນຢັນວ່າ ພັກ, ລັດ, ລັດຖະບານຍາມໃດກໍເອົາໃຈໃສ່ ແລະ ມີຄວາມເຊື່ອໝັ້ນຕໍ່ຖັນແຖວປັນຍາຊົນຫວຽດນາມ, ພ້ອມທັງປາດຖະໜາວ່າ ຖັນແຖວປັນຍາຊົນວິທະຍາສາດ ແລະ ເຕັກໂນໂລຢີ ສືບຕໍ່ມີການປະກອບສ່ວນຫຼາຍກ່ວາອີກເຂົ້າໃນ ພາລະກິດສ້າງສາ ແລະ ພັດທະນາປະເທດຊາດ.