ຖະແຫຼງການຂອງໂຄສົກ ກະຊວງການຕ່າງປະເທດ ຫວຽດນາມ ​ໃນ​ວັນ​ທີ 21/6/2012

ຖະແຫຼງການຂອງໂຄສົກ ກະຊວງການຕ່າງປະເທດ ຫວຽດນາມ ​ໃນ​ວັນ​ທີ 21/6/2012  - ảnh 1

(ພາບ:vuonraulochung.wordpress.com)​

( vovworld ) –  ວັນ​ທີ 21/6/2012, ສະພາ​ແຫ່ງ​ຊາດ​ໄດ້​ຮັບຮອງ​ເອົາ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ຫວຽດນາມ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ດ້ານ​ນິຕິບັນຍັດ​ປົກກະຕິ ​ເພື່ອ​ແນ​ໃສ່​​ສ້າງກອບ​ກົດໝາຍ​ຂອງ​ຫວຽດນາມ ​ໃຫ້​ສົມ​ບູນ​ແບບ, ຮັບ​ໃຊ້​ໃຫ້​ແກ່​ການ​ນຳ​ໃຊ້, ຄຸ້ມ​ຄອງ, ປົກ​ປັກ​ຮັກສາ​ບັນດາ​ເຂດ​ທະ​ເລ, ໝູ່​ເກາະ ​ແລະ ການ​ພັດທະນາ​ເສດຖະກິດ​ຂອງ​ຫວຽດນາມ, ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ວິ​ວັດ​ການ​ເຊື່ອມ​ໂຍງ​ເຂົ້າກັບ​ໂລກ ​ແລະ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ, ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ ​ແລະ​ໃນ​ໂລກ. ​ແຕ່​ໜ້າ​ເສຍດາຍ​ທີ່​ຈີນ​ ໄດ້ມີ​ບັນດາ​ຄຳ​ຕຳນິຕິ​ຕຽນ​ທີ່​ໄຮ້​ເຫດຜົນ ສຳລັບ​ວຽກ​ງານ​ເປັນ​ທຳ​ຂອງ​ຫວຽດນາມ. ຮ້າຍ​ແຮງ​ກ່ວາ​ອີກ ​ແມ່ນ​ຈີນ ​ໄດ້​ໃຫ້​ສັດຕະຍາບັນ ສ້າງຕັ້ງອັນ​ທີ່​ເອີ້ນ​ວ່າ “ນະຄອ​ນຊານ​ຊາ“ ຊື່ງ ມີຂອບ​ເຂດ​ຄຸ້ມ​ຄອງ​ລວມມີ​ທັງ​ໝູ່​ເກາະ Hoang Sa ​ແລະ Truong Sa ຂອງ​ຫວຽດນາມ. ຫວຽດນາມ ​ເດັດ​ດຽວ​ປະຕິ​ເສດ​ຄຳ​ຕຳນິຕິ​ຕຽນ​ທີ່​ໄຮ້​ເຫດຜົນຂອງ​ຝ່າຍ ຈີນ ພ້ອມ​ທັງ​ຄັດຄ້ານ​ເລື່ອງ​ຈີນ ສ້າງຕັ້ງສ້າງຕັ້ງອັນ​ທີ່​ເອີ້ນ​ວ່າ “ນະຄອ​ນຊານ​ຊາ“ ຢ່າງ​ຮ້າຍ​ແຮງ.

   ຕ້ອງ​ຢືນຢັນ​ຄືນ​ໃໝ່​ວ່າ ຫວຽດນາມ ມີ​ພື້ນຖານ​ດ້ານ​ກົດໝາຍ ​ແລະ ພະຍານ​ຫຼັກ​ຖານ​ປະຫວັດສາດ​ຢ່າງ​ຄົບ​ຖ້ວນ ​ເພື່ອ​ຢືນຢັນ​ອະທິປະ​ໄຕ​ທີ່​ບໍ່​ສາມາ​ດ​ໂຕ້​ຖຽງ​ກັນ​ໄດ້ ສຳລັບ​ສອງໝູ່​ເກາະ Hoang Sa ​ແລະ Truong Sa. ​ເລື່ອງ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ຫວຽດນາມ ​ໄດ້​ເຕື້ອງ​ເຖິງສອງໝູ່​ເກາະ Hoang Sa ​ແລະ Truong Sa ​ແມ່ນ​ການ​ສືບ​ຕໍ່​ຈາກບາງ​ຂໍ້ກຳນົດ​ໃນ​ບັນດາ​ກົດໝາຍ​ທີ່​ມີ​ມາ​ກ່ອນ​ຂອງ​ຫວຽນ​ດາມ. ນີ້​ບໍ່​ແມ່ນ​ບັນຫາ​ໃໝ່ ​ແລະ ບໍ່​ກໍ່ຜົນ​ສະທ້ອນ​​ເຖິງ​ວິວັດ​ການ​ຊອກ​ຫາ​ມາດ​ຕະການ​ອັນ​ເປັນ​ພື້ນຖານ, ຍາວ​ນານ​ໃຫ້​ແກ່​ບັນດາ​ການ​ພິ​ພາດ​ຢູ່​ທະ​ເລ​ຕາ​ເວັນ​ອອ​ກ. ຫວຽດນາມ ​ມີ​ແຜນ​ນະ​ໂຍບາຍ​ຢ່າງ​ສະ​ເໝີຕົ້ນສະ​ເໝີ​ປາຍ​ໃນ​ການ​ແກ້​ໄຂ​ຄວາມ​ບໍ່​ລົງ​ລອຍ​ກັນ, ການ​ພິພາດ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ດ້ວຍ​ມາດ​ຕະການ​ສັນຕິພາບ, ບົນ​ພື້ນຖານ​ກົດ​ໝາຍ ​ສາກົນ​. ຍາມ​ໃດ​ຫວຽດນາມ ກໍ​ຖື​ການ​ພົວພັນ​ກັບ​ຈີນ ​ເປັນ​ສຳຄັນ, ພ້ອມ​ແລ້ວ​ທີ່​ຈະ​ພ້ອມ​ກັບ​ຈີນ ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ສອງ​ປະ​ເທດ, ​ເພື່ອ​ສັນຕິພາບ​, ສະຖຽນ​ລະ​ພາບ ​ແລະ ການ​ຮ່ວມ​ມື​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ.

 

ຂ່າວ/ບົດ​ອື່ນ