ຖະແຫຼງການຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດກຸ່ມ 4 ຝ່າຍ

(VOVWORLD) -ສິ້ນສຸດກອງປະຊຸມ, ບັນດາຝ່າຍໄດ້ອອກຖະແຫຼງການຮ່ວມໂດຍຊີ້ແຈ້ງວ່າ: ການພົບປະເພື່ອເພີ່ມທະວີການຮ່ວມມືຫຼາຍຝ່າຍຂອງກຸ່ມ 4 ຝ່າຍ ເພື່ອສະໜັບສະໜູນເລື່ອງຊກຍູ້ພາກພື້ນ ມະຫາສະໝຸດ ອິນເດຍ - ປາຊີຟິກ ເສລີ
ຖະແຫຼງການຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດກຸ່ມ 4 ຝ່າຍ - ảnh 1ການນຳ 4 ປະເທດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດກຸ່ມ 4 ຝ່າຍ
(ພາບ: Kyodo/TTXVN)

ກອງປະຊຸມລັດຖະມົນຕີການຕ່າງປະເທດກຸ່ມ 4 ຝ່າຍ ລວມມີ: ອາເມລິກາ, ຍີ່ປຸ່ນ, ອົດສະຕາລີ ແລະ ອິນເດຍ ດຳເນີນໄປໃນວັນທີ 23 ກັນຍາ (ຕາມເວລາ ອາເມລິກາ) ຢູ່ນອກກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ ຢູ່ນິວຢອກ (ອາເມລິກາ). ບັນດາຝ່າຍໄດ້ອອກຖະແຫຼງການຮ່ວມພາຍຫຼັງກອງປະຊຸມ.

ສິ້ນສຸດກອງປະຊຸມ, ບັນດາຝ່າຍໄດ້ອອກຖະແຫຼງການຮ່ວມໂດຍຊີ້ແຈ້ງວ່າ: ການພົບປະເພື່ອເພີ່ມທະວີການຮ່ວມມືຫຼາຍຝ່າຍຂອງກຸ່ມ 4 ຝ່າຍ ເພື່ອສະໜັບສະໜູນເລື່ອງຊຸກຍູ້ພາກພື້ນ ມະຫາສະໝຸດ ອິນເດຍ - ປາຊີຟິກ ເສລີ, ເປີດກວ້າງ, ກວມລວມ ແລະ ຍືນຍົງ. ຖະແຫຼງການຮ່ວມເນັ້ນໜັກເຖິງຄວາມສຳຄັນຂອງກຸ່ມ 4 ຝ່າຍ ກ່ຽວກັບພາກພື້ນ ເຊິ່ງແມ່ນບ່ອນບັນດາຫຼັກການກ່ຽວກັບຄວາມເສລີ, ເຄົາລົບກົດໝາຍ, ຄຸນຄ່າປະຊາທິປະໄຕ, ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ, ອະທິປະໄຕ ແລະ ຜືນແຜ່ນດິນອົນຄົບຖ້ວນໄດ້ຮັບຄວາມເຄົາລົບ. ກຸ່ມ 4 ຝ່າຍ ຄັດຂ້ານທຸກການກະທຳພຽງລຳພັງຝ່າຍດຽວແນໃສ່ຊອກຫາວິທີເພື່ອປ່ຽນແປງສະພາບການເດີມ ຫຼື ເພີ່ມຄວາມເຄັງຕຶງຢູ່ພາກພື້ນ, ພ້ອມທັງຢັນການສະໜັບສະໜູນຄວາມສາມັກຄີ ແລະ ບົດບາດໃຈກາງຂອງ ອາຊຽນ, ໂຄງສ້າງພາກພື້ນເສລີໂດຍອາຊຽນ ນຳໜ້າ ກ່ຽວກັບມະຫາສະໝຸດອິນເດຍ - ປາຊີຟິກ.

ກອງປະຊຸມຄັ້ງຕໍ່ໄປຂອງກຸ່ມ 4 ຝ່າຍຈະໄດ້ຈັດຂຶ້ນແບບເຊິ່ງໜ້າຢູ່ New Delhi, ປະເທດ ອິນເດຍ ໃນຕົ້ນປີ 2023.

ຕອບກັບ

ຂ່າວ/ບົດ​ອື່ນ