(vovworld) – ຕອນບ່າຍວັນທີ 21/03, ກອງປະຊຸມລັດຖະມົນຕີການເງິນອາຊຽນ ຄັ້ງທີ 19 (AFMM - 19) ແລະ ກອງປະຊຸມຮ່ວມລະຫວ່າງລັດຖະມົນຕີວ່າການກະຊວງການເງິນ ແລະ ຜູ້ວ່າການທະຄານສູນກາງອາຊຽນ ຄັ້ງທີ 1 ໄດ້ສິ້ນສຸດລົງຢ່າງຈົບງາມ. ບັນດາການນຳດ້ານການເງິນ ແລະ ທະນາຄານສູນກາງອາຊຽນ ບັນລຸໄດ້ຄວາມເຫັນດີເຫັນພ້ອມສູງໃນການເພີ່ມທະວີການພັດທະນາຕະຫຼາດການເງິນພາກພື້ນ ເພື່ອມຸ່ງໄປເຖິງຈຸດໝາຍສ້າງຕັ້ງປະຊາຄົມເສດຖະກິດອາຊຽນ (AEC), ພ້ອມທັງຕັດສິນໃຈສົມທົບກັນຢ່າງແໜ້ນແຟ້ນ ແລະ ຊຸກຍູ້ວິວັດການເຊື່ອມໂຍງດ້ານການເງິນ, ເງິນຕາພາກພື້ນ ພາຍຫຼັງ AEC ໄດ້ຮັບການສ້າງຕັ້ງ. ຖະແຫຼງການຮ່ວມຂອງກອງປະຊຸມລັດຖະມົນຕີວ່າການກະຊວງການເງິນ ແລະ ຜູ້ວ່າການທະຄານສູນກາງອາຊຽນ ເນັ້ນໜັກວ່າ, ບັນດາປະເທດສະມາຊິກອາຊຽນ ຈະສືບຕໍ່ປະຕິບັດຄຳໝັ້ນສັນຍາຂອງຕົນໃນການຊຸກຍູ້ການເຕີບໂຕທາງດ້ານເສດຖະກິດ ແລະ ສະຖຽນລະພາບດ້ານການເງິນພາກພື້ນ; ແບ່ງປັນທັດສະນະຂອງທະນາຄານພັດທະນາອາຊີ (ADB), ທະນາຄານໂລກ (WB), ກອງທຶນເງິນຕາສາກົນ (IMF) ແລະ ອົງການຄົ້ນຄວ້າເສດຖະກິດມະຫາພາກອາຊຽນ +3 (AMRO) ກ່ຽວກັບແງ່ຫວັງເສດຖະກິດ, ຄວາມສ່ຽງ, ກາລະໂອກາດ ແລະ ສິ່ງທ້າທາຍກ່ຽວກັບນະໂຍາບຊຸກຍູ້ຢ່າງໝັ້ນຄົງ ແລະ ຮອບດ້ານ; ສືບຕໍ່ປະຕິບັດບັນດາຄາດໝາຍຂອງ AEC ກໍ່ຄືການເຄື່ອນໄຫວໃນຂອບເຂດວິວັດການເຊື່ອມໂຍງດ້ານການຄ້າ ແລະ ເງິນຕາອາຊຽນ. ບັນດາຜູ້ແທນກໍ່ຢືນຢັນຄຳໝັ້ນສັນຍາຂອງຕົນຢ່າງແຮງ ສຳລັບວິໄສທັດ AEC ພາຍຫຼັງປີ 2015.
ເມື່ອຕອບສຳພາດຕໍ່ນັກຂ່າວຫວຽດນາມ ພາຍຫຼັງເຂົ້າຮ່ວມບັນດາກອງປະຊຸມ, ທ່ານລັດຖະມົນຕີວ່າການກະຊວງການເງິນຫວຽດນາມ ດິງຕ໋ຽນຢຸງ ໃຫ້ຂໍ້ສັງເກດວ່າ, ຂະແໜງການເງິນຫວຽດນາມ ຈະຮັບປະກັນໄດ້ຄວາມຮຽກຮ້ອງເຊື່ອມໂຍງ. ກ່ຽວກັບຂົງເຂດພາສີ, ມາຮອດປະຈຸບັນ ບັນດາລະດັບພາສີອາກອນສ່ວນຫຼາຍຂອງຫວຽດນາມ ໄດ້ຕອບສະໜອງຄວາມຮຽກຮ້ອງຕ້ອງການກ່ຽວກັບການຫຼຸດຜ່ອນພາສີອາກອນໃນອາຊຽນ ແລ້ວ. ໃນຂົງເຂດພາສີ, ຂະແໜງການເງິນໄດ້ດຳເນີນການປະຕິບັດລະບຽບການພາສີຜ່ານເຄືອຂ່າຍພາສີເອເລກໂຕນິກ ແລະ ພວມເຊື່ອມຕໍ່ກົງໄກປະຕູດຽວແຫ່ງຊາດ, ກ່າວປເຖິງກົນໄດປະຕູດຽວອາຊຽນ ໃນທ້າຍປີ 2015.