ທ່ານປະທານາທິບໍດີ Barack Obama
ແລະ ທ່ານປະທານປະເທດ ເຈີ່ນດ້າຍກວາງ
(vovworld) – ເນື່ອງໃນໂອກາດຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 23 – 25/05 ຂອງທ່ານປະທານາທິບໍດີ ສະຫະລັດ ອາເມລິກາ Barack Obama, ວັນທີ 24/05 ຫວຽດນາມ ແລະ ອາເມລິກາ ໄດ້ອອກຖະແຫຼງການຮ່ວມ. ໃນຖະແຫຼງການຮ່ວມ, 2 ຝ່າຍລ້ວນແຕ່ສະແດງຄວາມເພິ່ງພໍໃຈຕໍ່ບັນດາບາດກ້າວຢ່າງວ່ອງໄວ, ແທດຈິງ ແລະ ຮອບດ້ານຂອງການພົວພັນ ຫວຽດນາມ - ອາເມລິກາ ໃນໄລຍະຜ່ານມາ ຕາມບັນດາການກຳນົດທິດຂອງການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ ໃນປີ 2013 ແລະ ຖະແຫຼງການກ່ຽວກັບວິໄສທັດລວມຂອງ 2 ປະເທດ. ການພັດທະນາການພົວພັນ ຫວຽດນາມ - ອາເມລິກາ ນັບມື້ນັບເລິກເຊິ່ງກ້ວາງຂວາງ ໄດ້ ແລະ ພວມປະກອບສ່ວນຕັ້ງໜ້າເຂົ້າໃນຄວາມມານະພະຍາຍາມລວມຂອງປະຊາຄົມສາກົນ ເພື່ອແນໃສ່ຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ເຄົາລົບກົດໝາຍສາກົນຢູ່ພາກພື້ນ ແລະ ທົ່ວໂລກ. 2 ຝ່າຍຢືນຢັນຄືນໃໝ່ຄຳໝັ້ນສັນຍາໃນເລື່ອງປະຕິບັດກົດບັດສະຫະປະຊາຊາດ, ເຄົາລົບກົດໝາຍສາກົນ, ເຄົາລົບລະບອບການເມືອງ, ເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງແຕ່ລະເທດ. ພ້ອມກັນນັ້ນອາເມລິກາ ແລະ ຫວຽດນາມ ກໍ່ເຫັນດີເປັນເອກະສັນຊຸກຍູ້ ແລະ ສ້າງປະຊາຄົມ ອາຊຽນ ແລະ ຮ່ວມມືກັບປະຊາຄົມສາກົນ ຮັບມືກັບບັນດາສິ່ງທ້າທາຍໃນທົ່ວໂລກ. 2 ຝ່າຍເຫັນດີເປັນເອກະພາບນຳກັນວ່າ: ໃນໄລຍະຈະມາເຖິງຈະຕັ້ງໜ້າສົມທົບກັນ ເພື່ອເພີ່ມທະວີການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ ໃນບັນດາຂົງເຂດ. ກ່ຽວກັບດ້ານການເມືອງ - ການທູດ, 2 ຝ່າຍໃຫ້ຄຳໝັ້ນສັນຍາສືບຕໍ່ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນບັນດາຄະນະຜູ້ແທນຂັ້ນສູງ, ເພີ່ມທະວີການເຈລະຈາລະຫວ່າງບັນດາອົງການສຳນັກງານຂອງ 2 ປະເທດ. ພ້ອມກັນນັ້ນ2 ຝ່າຍມີແນວຄວາມຄິດເປີດກ້ວາງການເຈລະຈາຂັ້ນສູງເປັນປະຈຳປີລະຫວ່າງ 2 ກະຊວງການຕ່າງປະເທດ ເພື່ອປຶກສາຫາລືບັນດາມາດຕະການ ແນໃສ່ຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານ ແລະ ບັນດາບັນຫາອື່ນໆເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ. 2 ຝ່າຍເຫັນດີເປັນເອກະພາບໂດຍຖືວ່າ: ເລື່ອງປັບປຸງຄວາມໄວເນື້ອເຊື່ອໃຈລະຫວ່າງ 2 ຝ່າຍມີຄວາມໝາຍກຸນແຈໃນການສ້າງນ້ຳໃຈມິດຕະພາບ ແລະ ການຮ່ວມມືຢ່າງໝັ້ນຄົງ, ປອດໃສ ແລະ ຍາວນານ. ກ່ຽວກັບການພົວພັນເສດຖະກິດ, 2 ປະເທດຕັດສິນໃນສຸມໃສ່ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ລວມມີບັນດາຂົງເຂດການຄ້າ, ການລົງທຶນ, ວິທະຍາສາດເຕັກໂນໂລຢີ. ກໍ່ສ້າງແຫຼ່ງຊັບພະຍາກອນມະນຸດ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. 2 ຝ່າຍຖືວ່າ ສັນຍາຄູ່ຮ່ວມມືຂ້າມປາຊີຟິກ (TPP), ມີຄວາມສຳຄັນກ່ຽວກັບຍຸດທະສາດ ແລະ ເສດຖະກິດ, ຈະຊ່ວຍເພີ່ມທະວີດ້ານການຄ້າ ແລະ ການລົງທຶນລະຫວ່າງ 2 ປະເທດ, ຍູ້ແຮງການເຕີບໂຕດ້ານເສດຖະກິດ ແລະ ສ້າງວຽກເຮັດງານທຳ. ອາເມລິກາ ໃຫ້ຄຳໝັ້ນສັນຍາໜູນຊ່ວຍຫວຽດນາມ ຜັນຂະຫຍາຍຢ່າງມີປະສິດທິຜົນ ແລະ ຕອບສະໜອງບັນດາມາດຕະຖານສູງຂອງສັນຍາ TPP ຜ່ານບັນດາໂຄງການໜູນຊ່ວຍດ້ານເຕັກນິກ ແລະ ກໍ່ສ້າງກຳລັງຄວາມສາມາດ. 2 ຝ່າຍພ້ອມກັນຢືນຢັນຄືນໃໝ່ເລື່ອງຮັບປະກັນການເຕີບໂຕດ້ານເສດຖະກິດຢ່າງຮອບດ້ານ, ສ້າງກາລະໂອກາດໃຫ້ທຸກໆຄົນ, ໄດ້ຮັບການຊຸກຍູ້ດ້ວຍການມີຫົວຄິດປະດິດສ້າງມີ, ຈິດໃຈດຳເນີນທຸລະກິດ ແລະ ການພັດທະນາເສດຖະກິດແບບຍືນຍົງຂອງ 2 ພື້ນຖານເສດຖະກິດ. 2 ຝ່າຍເນັ້ນໜັກວ່າ ການຮ່ວມມືພັດທະນາສືບຕໍ່ແມ່ນກຳລັງໜູນຂອງການພົວພັນ 2 ຝ່າຍ. 2 ຝ່າຍຢືນຢັນສະໜັບສະໜູນຊຸກຍູ້ການພົບປະແລກປ່ຽນປະຊາຊົນ ເພື່ອແນໃສ່ເພີ່ມທະວີຄວາມເຂົ້າອົກເຂົ້າໃຈ, ການຮ່ວມມື, ມິດຕະພາບລະຫວ່າງປະຊາຊົນ 2 ປະເທດ. ຫວຽດນາມ ແລະ ອາເມລິກາ ຢືນຢັນຄືນໃໝ່ຄຳໝັ້ນສັນຍາເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດລະຫວ່າງ 2 ປະເທດ ຕາມບົດບັນທຶກຊ່ວຍຈຳກ່ຽວກັບການຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ 2 ຝ່າຍໃນປີ 2011 ແລະ ຖະແຫຼງການວິໄສທັດຮ່ວມກ່ຽວກັບການພົວພັນດ້ານປ້ອງກັນຊາດປີ 2015, ວາງບຸລິມະສິດໃນຂົງເຂດຮ່ວມມືມະນຸດສະທຳ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ຄວາມສະຫງົບປອດໄພບົນທະເລ, ຮັກສາສັນຕິພາບ, ໜູນຊ່ວຍມະນຸດສະທຳ ແລະ ກູ້ຊ່ວຍໄພພິບັດ. ສອງຝ່າຍຢືນຢັນຈະສືບຕໍ່ຮ່ວມມືໃນບັນດາຂົງເຂດປ້ອງກັນຄວາມສະຫງົບ, ຕ້ານອາດສະຍາກຳຂ້າມຊາດ, ຮັບປະກັນຄວາມປອດໄພທາງເຄືອຂ່າຍອິນເຕີແນດ. ຫວຽດນາມຊົມເຊີຍຂໍ້ຕົກລົງຂອງລັດຖະບານ ອາເມລິກາທີ່ໄດ້ຍົກເລີກຄຳສັ່ງຫ້າມຂາຍອາວຸດລ້າງຜານສຳລັບ ຫວຽດນາມ. ຫວຽດນາມ ຊົມເຊີຍການໜູນຊ່ວຍປ້ອງກັນຄວາມສະຫງົບບົນທະເລຂອງ ອາເມລິກາ ໂດຍຜ່ານຂໍ້ລິເລີ່ມຮັກສາຄວາມສະຫົງບປອດໄພໃນການເດີນທະເລ (MSI), ລາຍການຮ່ວມມືຫຼຸດຜ່ອນການນາບຂູ່, ກອງທຶນໜູນຊ່ວຍດ້ານການເງິນການທະຫານການຕ່າງປະເທດ (FMF) ແລະ ປາຖະໜາຢາກເຮັດວຽກກັບ ອາເມລິກາ ເພື່ອຍົກສູງຄວາມສາມາດໃນການເດີນທະເລຂອງຫວຽດນາມ. ສອງຝ່າຍໃຫ້ຄຳໝັ້ນສັນຍາ ສືບຕໍ່ຊຸກຍູ້ ແລະ ປົກປ້ອງສິດທິມະນຸດໃຫ້ເໝາະສົມກັບລັດຖະທຳມະນູນ ແລະ ຄຳໝັ້ນສັນຍາສາກົນຂອງແຕ່ລະປະເທດ. ສອງຝ່າຍຊົມເຊີຍຜົນແຫ່ງການເຈລະຈາຢ່າງຕັ້ງໜ້າ, ກົງໄປກົງມາ ແລະ ສ້າງສັນກ່ຽວກັບສິດທິມະນຸດ, ພິເສດແມ່ນການເຈລະຈາມະນຸດສະທຳຮອບທີ 20 ເຊິ່ງດຳເນີນໃນເດືອນ 4/2016, ຜ່ານນັ້ນຫຼຸດຜ່ອນຄວາມແຕກຕ່າງກັນ ແລະ ສືບຕໍ່ສ້າງຄວາມໄວ້ເນື້ອເຊື່ອໃຈກັນ. ຫວຽດນາມ ແລະ ອາເມລິກາຢືນຢັນຄືນໃໝ່ຄຳໝັ້ນສັນຍາລວມສຳລັບເລື່ອງແກ້ໄຂບັນດາຄວາມຂັດແຍ້ງກັນໃນຜືນແຜ່ນດິນ ແລະ ບົນທະເລດ້ວຍສັນຕິວິທີ, ໃນນັ້ນມີເລື່ອງເຄົາລົບວິວັດທະນາການດ້ານການທູດ ແລະ ນິຕິກຳຢ່າງຄົບຖ້ວນ, ບໍ່ນຳໃຊ້ກຳລັງອາວຸດ ຫຼືນາບຂູ່ນຳໃຊ້ກຳລັງອາວຸດ, ເໝາະສົມກັບກົດບັດສະຫະປະຊາຊາດ, ກົດໝາຍສາກົນ, ໃນນັ້ນມີສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS). ທັງສອງຝ່າຍວິຕົກກັງວົນເປັນພິເສດຕໍ່ບັນດາການຜັນແປຫວ່າງແລ້ວນີ້ຢູ່ທະເລຕາເວັນອອກ, ອັນໄດ້ເພີ່ມຄວາມເຄັ່ງຕຶງ, ຫຼຸດຜ່ອນຄວາມເຊື່ອໝັ້ນ, ນາບຂູ່ເຖິງສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບ. ສອງຝ່າຍເນັ້ນໜັກເຖິງລັກສະນະອັນຮີບດ່ວນຂອງການຮັບປະກັນຄວາມເສລີໃນການເດີນທະເລ, ການບິນ, ກໍ່ຄືຮັກສາບັນດາການເຄື່ອນໄຫວດ້ານການຄ້າທີ່ຖືກຕ້ອງຕາມກົດໝາຍຢູ່ທະເລຕາເວັນອອກ; ຮຽກຮ້ອງບໍ່ນຳໃຊ້ກຳລັງອາວຸດໃນການແກ້ໄຂຄວາມຂັດແຍ້ງກັນ; ຢືນຢັນຄືນໃໝ່ຄຳໝັ້ນສັນຍາລວມຕາມຖະແຫຼງການ Sunnylands ແລະ ຄຳໝັ້ນສັນຍາສົມທົບກັນຢ່າງແໜ້ນແຟ້ນກັບບັນດາຄູ່ຮ່ວມມືອາຊຽນອື່ນໆໃນການປະຕິບັດຖະແຫຼງການນີ້. ອາເມລິກາເຫັນດີຈະຕັ້ງໜ້າສົມທົບ ແລະ ໜູນຊ່ວຍຫວຽດນາມຈັດຕັ້ງ APEC ໃນປີ 2017 ໃຫ້ສຳເລັດຜົນ. ທັງສອງຝ່າຍເຫັນດີເພີ່ມທະວີການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ ຕາມທິດແທດຈິງ, ເລິກເຊິ່ງ, ມີປະສິດທິຜົນກວ່າ ເພື່ອຜົນປະໂຫຍດຂອງສອງປະເທດ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືໃນພາກພື້ນ ແລະ ຢູ່ໃນໂລກ.