ຖະແຫຼງການຮ່ວມຫວຽດນາມ-ອີຣານ
ຖະແຫຼງການຮ່ວມ ຫວຽດນາມ - ອີຣານ
(vovworld) - ໂດຍໄດ້ຮັບຄຳເຊີນຂອງທ່ານປະທານປະເທດສາທາລະນະລັດສັງຄົມນິຍົມ ຫວຽດນາມ ເຈີ່ນດ້າຍກວາງ, ທ່ານປະທານາທິບໍດີ ສ.ອິດສະລາມ ອີຣານ Hassan Rouhani ໄດ້ມາຢ້ຽມຢາມທາງລັດຖະກິດເຖິງ ຫວຽດນາມ ໃນລະຫວ່າງວັນທີ 05 – 07/10/2016. , ທ່ານປະທານາທິບໍດີ Hassan Rouhani ໄດ້ເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ, ພົບປະເຈລະຈາກັບທ່ານປະທານປະເທດ ເຈີ່ນດ້າຍກວາງ ແລະ ພົບປະທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ. ເນື່ອງໃນໂອກາດນີ້ 2 ຝ່າຍໄດ້ອອກຖະແຫຼງການຮ່ວມລະຫວ່າງປະເທດສສ.ຫວຽດນາມ ແລະ ສ.ອິດສະລາມ ອີຣານ.
2 ຝ່າຍສະແດງຄວາມເພິ່ງພໍໃຈກ່ຽວກັບບັນດາບາດກ້າວໃນການພົວພັນ 2 ຝ່າຍ ນັບແຕ່ເມື່ອ 2 ປະເທດໄດ້ສ້າງຕັ້ງການພົວພັນທາງການທູດກ່ອນນີ້ 43 ປີ. ທ່ານປະທານປະເທດ ເຈີ່ນດ້າຍກວາງ ແລະ ທ່ານປະທານາທິບໍດີ Hassan Rouhani ເຫັນດີເປັນເອກະພາບຄວນເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ ໂດຍຜ່ານລັດຖະບານ, ສະພາແຫ່ງຊາດ, ທ້ອງຖິ່ນ, ປະຊາຊົນ, ວິສາຫະກິດ 2 ປະເທດ. ການນຳ 2 ທ່ານຢືນຢັນວ່າ: ຄວນສືບຕໍ່ເສີມຂະຫຍາຍບັນດາກົນໄກຮ່ວມມື 2 ຝ່າຍທີ່ມີຢູ່ແລ້ວໃຫ້ມີປະສິດທິຜົນ.
2 ຝ່າຍເຫັນດີເປັນເອກະພາບ ເພີ່ມທະວີການເຄື່ອນໄຫວທາບທາມຄຳເຫັນເຊິ່ງກັນ ແລະ ກັນໃນຂອບເຂດບັນດາເວທີປາໄສໃນພາກພື້ນ ແລະ ສາກົນ. ການນຳ 2 ທ່ານເຫັນດີຊຸກຍູ້ການຮ່ວມມື 2 ຝ່າຍໃນບັນດາຂົງເຂດການຄ້າ, ການລົງທຶນ ແລະ ໃຫ້ຄຳໝັ້ນສັນຍາສ້າງທຸກເງື່ອນໄຂສະດວກໃຫ້ວິສາຫະກິດ 2 ປະເທດເພີ່ມທະວີການສຳພັດຕະຫລາດຂອງກັນ ເພື່ອແນໃສ່ບັນລຸຄາດໝາຍນຳວົງເງິນການຄ້າ 2 ຝ່າຍຂຶ້ນເຖິງ 2 ຕື້ USD ໃນໄລຍະຈະມາເຖິງ.
2 ຝ່າຍກໍ່ເຫັນດີຍູ້ແຮງການທາບທາມຄຳເຫັນ ແລະ ແລກປ່ຽນໃນການຕໍ່ສູ່ຕ້ານການຄ້າເຖື່ອນ, ຄ້າຂາຍຢາເສບຕິດ ແລະ ທາດທີ່ກໍ່ໃຫ້ເກີດການເສບຕິດ, ອາດຊະຍາກຳຂ້າມຊາດ ແລະ ອາດຊະຍາກຳທາງອິນເຕີແນັດ.
2 ຝ່າຍເນັ້ນໜັກເຖິງປະຊາຄົມສາກົນ ຄວນຕັດສິນໃຈໃນການຕໍ່ສູ້ຕ້ານລັດທິກໍ່ການຮ້າຍ ແລະ ຫົວຮຸນແຮງ ແລະ ສະໜັບສະໜູນບັນດາການເຈລະຈາກ່ຽວກັບນະໂຍບາຍ ແລະ ການຮ່ວມມືແທດຈິງໃນບັນຫານີ້.
2 ຝ່າຍຊົມເຊີຍເລື່ອງ 2 ປະເທດລົງນາມໃນສັນຍາຍົກເວັ້ນວິຊາໃຫ້ຜູ້ຖືໜັງສືຜ່ານແດນທາງລັດຖະການລະຫວ່າງລັດຖະບານ ສສ.ຫວຽດນາມ ແລະ ລັດຖະບານ ສ.ອິດສະລາມ ອີຣານ ແລະ ບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືໃນຂົງເຂດຖະແຫຼງຂ່າວ ແລະ ສື່ສານລະຫວ່າງກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ແລະ ກະຊວງສື່ສານ ແລະ ເຕັກໂນໂລຢີຂໍ້ມູນຂ່າວສານ ອີຣານ.