ຖະແຫຼງຂ່າວແລະສື່ສານແມ່ນຂະແໜງສຳຄັນໃນວິວັດທະນາການເຫັນເປັນອຸດສາຫະກຳ,ທັນສະໄໝ
ພິທີສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງຂະແໜງໄປສະນີຫວຽດນາມ
(ພາບ: baochinhphu.vn)
(vovworld) – ວັນທີ 14/08, ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງຂະແໜງໄປສະນີຫວຽດນາມ, ທ່ານ ເລຮົ່ງແອງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາສູນກາງພັກກອມມູນິດຫວຽດນາມ ຢືນຢັນວ່າ: ຂົງເຂດຖະແຫຼງຂ່າວ ແລະ ສື່ສານ ໄດ້ກຳນົດວ່າ ແມ່ນໜຶ່ງໃນບັນດາຂະແໜງສຳຄັນໃນວິວັດທະນາການເຫັນເປັນອຸດສາຫະກຳ ແລະ ທັນສະໄໝ, ແມ່ນປັດໄຈຍຸດທະສາດ ປະກອບສ່ວນເຂົ້າໃນການເຕີມໂຕດ້ານເສດຖະກິດ, ພັດທະນາສັງຄົມ. ກ່ຽວກັບໜ້າທີ່ຈຸດສຸມຂອງຂະແໜງໃນໄລຍະຈະມາເຖິງ, ທ່ານ ເລຮົ່ງແອງ ສະເໜີໃຫ້ທົ່ວຂະແໜງ ສຸມໃສ່ຜັນຂະຫຍາຍມະຕິເລກທີ 36 ຂອງກົມການເມືອງຊຸດທິ 11 ກ່ຽວກັບການຍູ້ແຮງການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານໃຫ້ເປັນຢ່າງດີ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ການພັດທະນາຢ່າງໝັ້ນຂົງ ແລະ ເຊື່ອມໂຍງເຂົ້າກັບສາກົນ. ຍູ້ແຮງການຄົ້ນຄວ້າສ້າງລະບົບກົດໝາຍ, ກົນໄກນະໂຍບາຍ, ຮັບປະກັນລັກສະນະຄົບຊຸດ, ສ້າງກອບກົດໝາຍທີ່ສະດວກໃຫ້ການພັດທະນາຂອງຂະແໜງ.