ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງ ແລະ ທ່ານນາງນາຍົກລັດຖະມົນຕີໄທ ຍີ່ງລັກ ຊີນະວັດ
|
(vovworld)- ວັນທີ 26/6, ຫວຽດນາມ ແລະ ໄທອອກຖະແຫລງການຮ່ວມກ່ຽວກັບການຢ້ຽມຢາມ ລາຊະອານາຈັກໄທຢ່າງເປັນທາງການ ຂອງ ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນການພັກກອມມູນິດຫວຽດນາມ ຫງວຽນຟູຈ້ອງ,ໃນນັ້ນຊີ້ແຈງວ່າ: ໂດຍຮັບຄຳເຊີນຂອງທ່ານນາງນາຍົກລັດຖະມົນຕີໄທ ຍີ່ງລັກ ຊີນະວັດ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນການພັກກອມມູນິດຫວຽດນາມ ຫງວຽນຟູຈ້ອງ ໄປຢ້ຽມຢາມໄທແຕ່ວັນທີ 25-27/6/2013. ໄລຍະຢູ່ຢ້ຽມຢາມໄທ, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໄດ້ພົບປະສອງຝ່າຍກັບນາຍົກລັດຖະມົນຕີໄທ, ພົບປະແລກປ່ຽນຄຳເຫັນກັບປະທານສະພາຜູ້ແທນລາຊະດອນ, ປະທານວຸດທິສະພາ ແລະ ການນຳບັນດາພັກການເມືອງໄທ, ວິສາຫະກິດໄທ, ສະມາຄົມມິດຕະພາບໄທ ຫວຽດນາມ, ຢ້ຽມຢາມຮາກຖານເສດຖະກິດວັດທະນະທຳຢູ່ນະຄອນຫລວງ ບາງກອກ ແລະ ແຂວງ ນະຄອນ ພະນົມ, ຮັບສະນີຍະບັດປະລິຍາເອກກິຕິມະສັກ ໂດຍ ມະຫາວິທະຍາໄລທຳມະຊາດ ມອບໃຫ້, ພົບປະກັບຊາວຫວຽດນາມອາໄສຢູ່ໄທ.ທີ່ການເຈລະຈາລະຫວ່າງທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງ ແລະ ທ່ານນາງນາຍົກລັດຖະມົນຕີໄທ ຍີ່ງລັກ ຊີນະວັດ, ການນຳສອງທ່ານໄດ້ເຫັນດີຊຸກຍູ້ການພົບປະແລກປ່ຽນ, ຮ່ວມມືຢ່າງແຫນ້ນແຟ້ນກວ່າລະຫວ່າງບັນດາພັກການເມືອງຂອງໄທ ແລະ ຫວຽດນາມ. ການນຳສອງທ່ານໄດ້ຕົກລົງນຳການພົວພັນລະຫວ່າງສອງປະເທດຂຶ້ນສູ່ລະດັບຄູ່ຮ່ວມມືຍຸດທະສາດໃນບັນດາຂົງເຂດ: ການເມືອງ, ການຮ່ວມມືປ້ອງກັນຊາດປ້ອງກັນຄວາມສະຫງົບ, ການຮ່ວມມືເສດຖະກິດ, ການຮ່ວມມືວັດທະນະທຳສັງຄົມ, ພົບປະແລກປ່ຽນປະຊາຊົນ ແລະ ບັນດາຂົງເຂດຊື່ງສອງຝ່າຍຕ່າງມີຄວາມສົນໃຈ.
ເພື່ອຜັນຂະຫຍາຍສາຍພົວພັນຄູ່ຮ່ວມມືຍຸດທະສາດ, ການນຳສອງທ່ານເຫັນດີເປັນເອກະສັນ ມອບໃຫ້ກະຊວງການຕ່າງປະເທດ ສົມທົບກັບບັນດາກະຊວງ, ຂະແໜງການກ່ຽວຂ້ອງ ສ້າງແຜນການດຳເນີນງານກ່ຽວກັບບັນດາຂົງເຂດເສດຖະກິດ, ການເມືອງ, ວັດທະນະທຳສັງຄົມ, ການຮ່ວມມື…ເພື່ອປຶກສາຫາລືທີ່ກອງປະຊຸມລວມຂອງຄະນະກຳມະການປະສົມກ່ຽວກັບການຮ່ວມມືສອງຝ່າຍ, ໂດຍລັດຖະມົນຕີການຕ່າງປະເທດສອງປະເທດເປັນປະທານຮ່ວມ.
ການນຳສອງທ່ານໃຫ້ຄຳໝັ້ນສັນຍາຈະເຮັດໃຫ້ສາຍພົວພັນຮ່ວມມືລະຫວ່າງສອງປະເທດເລິກເຊິ່ງຂຶ້ນຕື່ມ ເພື່ອສ້າງປະຊາຄົມອາຊຽນ ເອກະພາບ, ສະໜິດຕິດພັນ ແລະ ໝັ້ນຄົງເຂັ້ມແຂງ, ເພີ່ມທະວີບັນດາຂອບເຂດຂອງອາຊຽນ. ການນຳສອງທ່ານເຫັນດີເປັນເອກະສັນ ຈະຊຸກຍູ້ການທາບທາມຄຳເຫັນ ແລະ ຮ່ວມມືໃນບັນດາເວທີປາໄສຫລາຍຝ່າຍໃນພາກພື້ນ ແລະ ສາກົນ.
ການນຳສອງທ່ານເຫັນດີເປັນເອກະສັນກ່ຽວກັບຄວາມຈຳເປັນສົມທົບກັນຢ່າງແໜ້ນແຟ້ນໃນການຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ທະເລຕາເວັນອອກ. ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈຊື່ງກັນ ແລະ ກັນຜ່ານການຮ່ວມມືດ້ານການເດີນທະເລ, ຊຸກຍູ້ຄວາມໝັ້ນຄົງການເດີນທະເລ, ແກ້ໄຂການພິພາດໂດຍສັນຕິວິທີ ບົນພື້ນຖານກົດໝາຍສາກົນ.
ການນຳສອງທ່ານເນັ້ນໜັກເຖິງຄວາມຈຳເປັນເພີ່ມທະວີການຮ່ວມມືໃນການປະຕິບັດບັນດາມາດຕະການຮັກສານຳໃຊ້ແຫລ່ງນ້ຳລວມເພື່ອການພັດທະນາແບບຍືນຍົງ ແລະ ດຳເນີນການຄົ້ນຄ້ວາຮອບດ້ານກ່ຽວກັບການນຳໃຊ້ແຫ່ລງນ້ຳຢູ່ແມ່ນ້ຳຂອງແບບຍືນຍົງ