(vovworld) – ຕອນຄ່ຳວັນທີ 6/5, ແຂວງ ດ້ຽນບຽນ ໄດ້ສົມທົບກັບແຂວງ ທາຍງວຽນ ຈັດຕັ້ງການຖ່າຍທອດສົດທາງໂທລະພາບ ດ້ຽນບຽນ - ທາຍງວຽນ, ດ້ວຍຫົວຂໍ້ວ່າ: “ຈາກ ATK ທາຍງວຽນ ເຖິງໄຊຊະນະປະຫວັດສາດ ດ້ຽນບຽນຟູ໋” ເນື່ອງໃນໂອກາດສະເຫຼີມສະຫຼອງ 58 ປີແຫ່ງໄຊຊະນະປະຫວັດສາດ ດ້ຽນບຽນຟູ໋. ການຖ່າຍທອດສົດນີ້ ໄດ້ນຳສະເໜີຟິມຮູບເງົາ, ສາລະຄະດີ ກ່ຽວກັບຄວາມຫຍຸ້ງຍາກ, ລຳບາກແຕ່ ສະຫງ່າລາສີຂອງກອງທັບ - ປະຊາຊົນຫວຽດນາມ ໃນໄລຍະ 9 ປີທຳການສູ້ຮົບໃຫ້ແກ່ຜູ້ຊົມ. ທ່ານ Nguyen Truong Xuan, ນັກຮົບເກົ່າຜູ້ໜຶ່ງທີ່ພວມດຳລົງຊີວິດຢູ່ນະຄອນ ດ້ຽນບຽນຟູ໋ ໃຫ້ຮູ້ວ່າ:
“ໃນຊຸມວັນນີ້, ປະຊາຊົນ ດ້ຽນບຽນ ພວກຂ້າພະເຈົ້າ ໃຜໆກໍມຸ່ງໄປສູ່ວັນສະເຫຼີມສະຫຼອງໄຊຊະນະດ້ຽນບຽນຟູ໋ ດ້ວຍຄວາມເອກອ້າງທະນົງໃຈຢ່າງເລິກເຊິ່ງ. ເມື່ອໄດ້ຮັບຊົມ, ຮັບຟັງຜ່ານການເລົ່າເລື່ອງຂອງບັນດານັກຮົບເກົ່າ, ບັນດາຕົວພິຍານປະຫວັດສາດ, ຂ້າພະເຈົ້າຮູ້ສຶກຄືດັ່ງຕົນເອງໄດ້ກັບຄືນສູ່ບັ້ນຮົບໃນເມື່ອກ່ອນ. ຂ້າພະເຈົ້າ ແລະ ປະຊາຊົນທຸກຄົນ ພ້ອມກັນຮ່ວມແຮງຮ່ວມໃຈ, ປະກອບສ່ວນສ້າງສາເຂດດິນແດນແຫ່ງນີ້ໃຫ້ນັບມື້ນັບສວຍສົດງົດງາມ ແລະ ຮັ່ງມີເຂັ້ມແຂງ”