ທູດ​ພິ​ເສດ​ກ່ຽວ​ກັບ​ບັນ​ຫາ​ຊາຍ​ແດນ ຂອງ ອິນ​ເດຍ - ຈີນ ​ຈະ​ພົບ​ປະ​ກັນໃນ​ມື້​ໃກ້ໆ​ນີ້

(VOVWORLD) -ຈຸດເວລາຂອງການພົບປະຄັ້ງນີ້ຍັງບໍ່ທັນໄດ້ຢັ້ງຢືນເທື່ອ.
ທູດ​ພິ​ເສດ​ກ່ຽວ​ກັບ​ບັນ​ຫາ​ຊາຍ​ແດນ ຂອງ ອິນ​ເດຍ - ຈີນ ​ຈະ​ພົບ​ປະ​ກັນໃນ​ມື້​ໃກ້ໆ​ນີ້ - ảnh 1ພົນທະຫານ ອິນເດຍ (ພາບ: ANI/vov.vn)

ທີ່ປຶກສາດ້ານປ້ອງກັນຄວາມສະຫງົບແຫ່ງຊາດ ອິນເດຍ ທ່ານ Ajit Doval ແມ່ນທູດພິເສດຂອງ ອິນເດຍ ກ່ຽວກັບບັນຫາຊາຍແດນ ຈະມີການພົບປະກັບຄູ່ຕຳແໜ່ງ ຈີນ ເພື່ອປຶກສາຫາລືມາດຕະການແກ້ໄຂຂໍ້ຂັດແຍ່ງຊາຍແດນໃນຊຸມມື້ຈະມາເຖິງ. ເຖິງຢ່າງໃດກໍຕາມ, ຈຸດເວລາຂອງການພົບປະຄັ້ງນີ້ຍັງບໍ່ທັນໄດ້ຢັ້ງຢືນເທື່ອ. ຂ່າວຄາວດັ່ງກ່າວ ໄດ້ຍົກອອກມາພາຍຫຼັງມື້ໜຶ່ງ ທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi ຢ້ຽມຢາມ Ladakh ເຊິ່ງເປັນບ່ອນເກີດການສູ້ຢັນ ລະຫວ່າງພົນທະຫານອິນເດຍ ແລະ ຈີນ.

ໃນຂະນະນັ້ນ, ນັບແຕ່ວັນທີ 05 ກໍລະກົດ, ອິນເດຍ ຈະເລີ່ມດຳເນີນການກວດກາ ເລື່ອງ ຈີນ ຍົກເລີກບັນດາກິດຈະກຳ, ໂຄງສ້າງ ຢູ່ຮ່ອມພູ Galwan ທີ່ໄດ້ໃຫ້ຄຳໝັ້ນສັນຍາໃນການເຈລະຈາດ້ານການທະຫານເມື່ອວັນທີ 30 ມິຖຸນາ.

ຟານຕຸງ - ນັກຂ່າວ ວິທະຍຸກະຈາຍສຽງຫວຽດນາມ  ປະຈໍາ ອິນເດຍ

ຕອບກັບ

ຂ່າວ/ບົດ​ອື່ນ