(ພາບປະກອບ)
(vovworld) - ໃນ 5 ເດືອນຕົ້ນປີ 2016, ນັກລົງທຶນຕ່າງປະເທດໄດ້ລົງທຶນເຂົ້າ 19 ຂົງເຂດ, ໃນນັ້ນ ຂົງເຂດອຸດສາຫະກຳການປຸງແຕ່ງ, ການຜະລິດແມ່ນຂົງເຂດດຶງດູດຄວາມສົນໃຈຫລາຍຢ່າງຈາກນັກລົງທຶນຕ່າງປະເທດ ດ້ວຍໂຄງການລົງທຶນເກືອບ 400 ໂຄງການທີ່ຈົດທະບຽນໃໝ່, ຍອດຈຳນວນເງິນລົງທຶນໃໝ່ ແລະ ເພີ່ມຂຶ້ນກ່ວາ 6,60 ຕື້ USD. ຂົງເຂດຖະແຫຼງຂ່າວ ແລະ ສື່ສານຢືນອັນດັບທີ 2 ແລະ ຂົງເຂດການເຄື່ອນໄຫວດຳເນີນທຸລະກິດອະສັງຫາລິມະຊັບຢືນຫອັນດັບ 3.
ເມື່ອພິຈາລະນາຕາມຄູ່ຮ່ວມມືລົງທຶນແລ້ວ. ມີ 60 ປະເທດ ແລະ ເຂດແຄ້ວນທີ່ມີການລົງທຶນຢູ່ ຫວຽດນາມ. ໃນນັ້ນ ສ.ເກົາຫຼີ ນຳໜ້າ ດ້ວຍຈຳນວນເງິນລົງທຶນຈົດທະບຽບໃໝ່ ແລະ ເພີ່ມຂຶ້ນແມ່ນ 3,42 ຕີ້ USD. ລູກຊຳບ໋ວກ ຢືນອັນດັບທີ 2 ແລະ ສິງກະໂປອັນດັບທີ 3. ກ່ຽວກັບບໍລິເວນການລົງທຶນ, ຮ່າໂນ້ຍ ແມ່ນທ້ອງຖິ່ນທີ່ດຶງດູດເງິນລົງທຶນ FDI ຫລາຍທີ່ສຸດ ດ້ວຍມູນຄ່າເກືອບ 140 ໂຄງການລົງທຶນໃໝ່, ຍອດຈຳນວນເງິນລົງທຶນຈົດທະບຽນໃໝ່ ແລະ ເພີ່ມຂຶ້ນແມ່ນ 1,96 ຕື້ USD. ອັນດັບທີ 2 ແລະ ທີ 3 ແມ່ນນະຄອນ ຫາຍຟ່ອງ ແລະ ແຂວງ ດົ່ງນາຍ ຕາມລຳດັບ.